EU ເຫັນພ້ອມມອບເງີນຊ່ວຍເຫຼືອທາງທະຫານແກ່ຢູເຄຼນອີກ 500ລ້ານຢູໂຣ
ບັນດາລັດຖະມົນຕີຕ່າງປະເທດສະຫະພາບຢູໂຣບ (EU) ເຫັນພ້ອມມອບເງີນຊ່ວຍເຫຼືອທາງທະຫານ ເພີ່ມເຕີມໃຫ້ແກ່ຢູເຄຼນອີກ 500ລ້ານຢູໂຣ ( 507.7ລ້ານໂດລາ)
ໂຈເຊບ ບໍເຣ ຫົວໜ້າຝ່າຍນະໂຍບາຍຕ່າງປະເທດຂອງ EU ຖະແຫຼງຕໍ່ສື່ມວນຊວນພາຍຫຼັງຈາກການປະຊຸມສະພາບເສດຖະກິດການຕ່າງປະເທດວ່າ ບັນດາລັດຖະມົນຕີຕ່າງເຫັນພ້ອມທີ່ຈະກະຊັບມາດຕະການຂວ້ຳບາດຣັດເຊຍແລະປິດຊ່ອງຫວ່າງສຳລັບມາດຕະການປະຈຸບັນ
ຈາກການລາຍງານວ່າ ການຕັດສິນໃຈດັ່ງກ່າວມີຂືນ ຫຼັງຈາກທ່ານ ດາມິໂທ ດູເລບາ ລັດຖະມົນຕີຕ່າງປະເທດຂອງຢູເຄຼນສອບຖາມເຖິງຄວາມເຄືອ່ນໄຫວລ່າສຸດ
ທ່ານບໍເຣລະບຸວ່າ ລັດຖະມົນຕີຕ່າງເຫັນພ້ອມກັນຢ່າງເປັນເອກະສັນກ່ຍວກັບຄວາມຈຳເປັນໃນການຢືນຄຽງຂ້າງຢູເຄຼນຕໍ່ໄປ ເງີນຊ່ວຍເຫຼືອທາງທະຫານທັງໝົດຂອງ EU ຢູ່ທີ່ 2.5ພັນລ້ານຢູໂຣ.
ທັງນີ້ ທ່ານບໍເຣກ່າວວ່າຢືນຢັນວ່າ ລັດຖະມົນຕີຍັງໄດ້ຫາລືຂໍ້ສະເໜີລ່າສຸດຂອງຄະນະກຳມາທິການຢູໂຣບ ກ່ຽວກັບການສັ່ງຫ້າມນຳເຂົ້າທອງຄຳຂອງຣັດເຊຍແລະການເພີ່ມມາດຕະການຂວ້ຳບາດ ໂດຍລະບຸວ່າທູດຂອງປະເທດສະມາຊິກຈະຫາລືກ່ຍວກັບມາດຕະການດັ່ງກ່າວ.