ຟາດກັບໄບເດັນ! ອີຣານກ່າວວ່າຈະຜະລິດລະເບີດນິວເຄຼຍຕອນໃດກໍໄດ້ແຕ່ຍັງບໍ່ເຮັດ
ເຈົ້າໜ້າທີ່ລະດັບສູງຂອງອີຣານໃຫ້ສຳພາດວ່າ ອີຣານມີສັກກາຍະພາບພຽງພໍ “ໃນທາງເທັກນິກ” ທີ່ຈະຜະລິດລະເບີດນິວເຄຼຍໄດ້ແລ້ວ ແຕ່ຍັງບໍ່ໄດ້ຕັດສິນໃຈວ່າຈະເຮັດຫຼືບໍ
ຄຳເວົ້າຂອງ ຄາມາ ຄາຣາຊີ ທີ່ປຶກສາອາວຸໂສຂອງ ຍາຕອນເລາະ ອາລີ ຄໍເມເນອີ ຜູ້ນຳສູງສຸດອີຣານມີຂື້ນພຽງ 1ວັນ ຫຼັງຈາກທີ່ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດ ເປີດສາກພາລະກິດຢ້ຽມອິດສະຣາເອວແລະຊາອຸດີອາລະເບຍ ພ້ອມທັ້ງຄູ່ຂູ່ວ່າຈະເຮັດທຸກວິທີທາງເພື່ອຢັບຢັ້ງບໍ່ໃຫ້ອີຣານ “ຄອບຄອງອາວຸດນິເຄຼຍ”
ທັ້ງນີ້ການທີ່ອີຣານເວົ້າປຽບເປີຍ ວ່າພວກເຂົາອາດສົນໃນອາວຸດນິວເຄຼຍຖືເປັນສັນຍານທີ່ໜ້າຈັບຕາ ເນື່ອງຈາກລັດຖະບານເຕຫະຣານຢືນຢັນມາໂດຍສະຫຼອດວ່າບໍ່ເຄີຍຄິດຈະຄອບຄອງຢ່າງທີ່ຕາເວັນຕົກກ່າວຫາ.
“ ເຮົາສາມາດເສີມປະສິດທິພາບຂອງທາດຢູເລນຽມເຖິງລະດັບ 60% ໄດ້ພາຍໃນບໍ່ຮອດມື້ແລະການຜະລິດຢູນຽມທີ່ມີຄວາມບໍລິດ 90%ກໍເປັນເລື່ອງງ່າຍສຳລັບເຮົາ ອີຣານມີວິທີການທາງເທັກນິກທີ່ຈະຜະລິດລະເບິດນິວເຄຼຍໄດ້ ແຕ່ເຮົາຍັງບໍ່ໄດ້ຕັດສິນໃຈເລື່ອງນີ້” ຄາຣາຊີ ກ່າວ