ຄວາມກົດດັນສ່ວນໃຫຍ່ແລ້ວບໍ່ໄດ້ມາຈາກຄົນອື່ນ ແຕ່ມັນມັກເກີດຂື້ນຍ້ອນໂຕເຮົາເອງດ້ວຍພາລະໜ້າທີ່ ບົດບາດຂອງສັງຄົມຕ່າງໆ ເຮັດໃຫ້ເຮົາກັງວົນແລະຢ້ານກົວວ່າຈະເຮັດໜ້າທີ່ອອກມາໄດ້ບໍ່ດີຫຼຶບໍ່ສຳເລັດ ຕ້ອງເປັນຄົນທີ່ສຳລັບຄົນອື່ນຍ້ອນຄວາມຈຳເປັນທຸກຢ່າງ ອາດເຮັດໃຫ້ເຮົາກົດດັນຕົນເອງໂດຍບໍ່ຮູ້ຕົວ ແຕ່ມື້້ນີ້ແອດຈະມາບອກວິທີຮັບມືກັບເລື່ອງທີ່ເຮັດໃຫ້ກົດດັນດັ່ງລຸ່ມນີ້:
1.ຮູ້ຕົນເອງເມື່ອຮູ້ສຶກກົດດັນ: ເຮັດວຽກລາຍຮູ້ສຶກກະວົນກະວາຍຈິດໃຈ,ຫາຍໃຈໄວ,ວິນຫົວ,ຫົວຮ້ອນ ຫຼາຍຄົນມັກຈະຮູ້ສຶກກົດດັນແບບບໍ່ຮູ້ຕົວແຕ່ຈົ່ງຮູ້ໄວ້ວ່າຫາກເກີດອາການເຫຼົ່ານີ້ຂື້ນຕອນໃດເຮົາກຳລັງຕົກຢູ່ໃນພາວະກົດດັນ ຖ້າບໍ່ຮີບແກ້ໄຂຈະສົ່ງຜົນເສຍກັບຕົນເອງ
2.ຮູ້ທີ່ມາຂອງຄວາມກົດດັນ: ຕ້ອງລະບຸໃຫ້ໄດ້ວ່າທີ່ມາຂອງຄວາມກົດດັນນັ້ນຄືຫຍັງ ເພາະເມື່ອຮູ້ແລ້ວເຮົາອາດປ່ຍນແປງສິ່ງເຫຼົ່ານີ້ໃຫ້ກາຍເປັນແງ່ບວກໄດ້ຕົ້ນເຫດອາດເປັນວຽກຂອງເົຮາທີ່ແກ້ໄຂຍາກ
3.ຫາວິທີແກ້ໄຂບັນຫາໃນສິ່ງທີ່ເຮົາຄວບຄຸມບໍ່ໄດ້: ເຮົາຕ້ອງແຍກໃຫ້ອອກວ່າບັນຫາໃດ “ ສາມາດແກ້ໄຂໄດ້” ແລະບັນຫາໃດ “ທີ່ບໍ່ສາມາດແກ້ໄຂໄດ້” ແລະໃຫ້ເລີ່ມເກັບບັນຫາທີ່ເຮົາສາມາດຜ່ອນຄາຍໄດ້ແລະຈັດການກັບມັນດ້ວຍການສ້າງຕົວເລືອກທີ່ໃຊ້ໃນການແກ້ໄຂບັນຫາແຕ່ລະຢ່າງ
4.ຈັດລຳດັບຄວາມສຳຄັນຂອງງານ: ຫຼາຍຄົນວ່າຍິ່ງເຮັດວຽກໃຫ້ໄດ້ຫຼາຍເທົ່າໃດກໍຍິ່ງດີ ແຕ່ນັ້ນກໍຍິ່ງເຮັດໃຫ້ເຮົາຮູ້ສຶກກົດດັນໄດ້ງ່າຍໆ ວິທີການຈັດການກັບໂຕເຮົາເອງງ່າຍໆ ກໍຄືຕ້ອງລຽງລຳດັບຄວາມສຳຄັນຂອງວຽກງານຫຼືກິດຈະກຳຕ່າງໆ.
5.ຄວນແບ່ງວຽກໃຫ້ຄົນອື່ນ: ຄົນທີ່ກົດດັນໄດ້ງ່າຍມັກຈະເປັນຄົນທີ່ມັກຄວາມອະລັງການແລະຈະເອົາວຽກທຸກຢ່າງມາກອງໄວ້ກັບຕົນເອງ ພະຍາຍາມຄວບຄຸມທຸກຢ່າງ ລອງສົ່ງວຽກງານເລັກໆນ້ອຍໆຂອງຕົນເອງໃຫ້ຄົນທີ່ພ້ອມ ໂດຍບອກລາຍລະອຽດຕາມທີ່ເຮົາຕ້ອງການໃຫ້ຊັດເຈນ
6.ລອງເວົ້າວ່າ “ບໍ່” ລອງເບິ່ງ: ຊີວິດບາງຄົນຂື້ນຢູ່ກັບຄວາມເກງໃຈຄົນອື່ນຫຼາຍເກີນໄປຈົນຕົນເອງເກືອບຈະບໍ່ໄຫວແລ້ວ ປະຕິເສດໃຜບໍ່ເປັນຈົນຕິດເປັນນິໃສເຮັດໃຫ້ຕົນເອງເກີດຄວາມກົດດັນຂື້ນໂດຍບໍ່ຮູ້ຕົວ ເຮົາຈື່ງຢາກໃຫ້ລອງປະຕິເສດຄົນອື່່ນເບິ່ງ ເຮົາອາດຈະຄິດວ່າເວົ້າຄຳວ່າບໍ່ເປັນການຕັດໂອກາດຕ່າງໆ ຫຼືອານາຄົດອອກຈາກຊີິວິດເຮົາ.
7.ຢຸດວິພາກວິຈານຕົນເອງ: ການເວົ້າໃນທາງລົບໆກັບຕົນເອງ ອາດນຳໄປສູ່ຄວາມຄຽດແລະກາຍເປັນຄວາມຜິດຫວັງໃນທີ່ສຸດ ຢຸດສຽງໃນຫົວນັ້ນໄວ້ ແລະປ່ຽນມັນໃຫ້ກາຍເປັນພະລັງບວກດີກວ່າ.