ປູຕິນຢ້ຽມອີຣານເພີ່ມຄວາມສຳພັນຕ້ານສະຫະລັດແລະໄດ້ພົບຜູ້ນຳຕຸຣາກີ

ປູຕິນຢ້ຽມອີຣານເພີ່ມຄວາມສຳພັນຕ້ານສະຫະລັດແລະໄດ້ພົບຜູ້ນຳຕຸຣາກີ



ປະທານາທິບໍດີ ວາລາດິມີ ປູຕິນ ແຫ່ງຣັດເຊຍເດີນທາງຢ້ຽມອີຣານ ແລະໄດ້ພົບ ຢາຕໍ ເລາະ ອາລີ ຄໍເມເນອີ ຜູ້ນຳສູງສຸດຂອງອີຣານ ທີ່ກຣຸງເຕຫະຣານ ເຊິ່ງວຖືເປັນການຢ້ຽມປະເທດນອກອາດີດສະຫະພາບໂຊວຽດຄັ້ງທຳອິດນັບຕັ້ງແຕ່ເລີ່ມເປີດສົງຄາມຮຸກຮານຢູເຄຼນ.


ໃນການເຢືອນອີຣານຄັ້ງນີ້ ປູຕິນ ຍັງມີໄດ້ມີໂອກາດພົບກັບປະທານາທິບໍດີ ເຣເຈບ ໄຕຍິບ ແອໂດອັນ ແຫ່ງຕຸຣາກີເປັນຄັ້ງທຳອິດຫຼັງເກີດສົງຄາມຂືນ ໂດຍທັງສອງຝ່າຍໄດ້ຫາລືຂໍ້ຕົກລົງວ່າດ້ວຍການເປີດເສັ້ນທາງໃຫ້ຢູເຄຼນສາມາດສົ່ງອອກທັນຍາພືດຜ່ານທາງທະເລດຳ ລວມໄປເຖິງວິກິດຄວາມຂັດແຍ້ງໃນພາກເໜືອຂອງຊີເຣຍ


ການຢ້ຽມຂອງຜູ້ນຳຣັດເຊຍມີຂື້ນພຽງບໍ່ຮອດມື້້ ຫຼັງຈາກທີ່ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດໄດ້ເດີນທາງທົວອິສະຣາເອວແລະຊາອຸດີອາຣະເບຍ ແລະຖືເປັນການສົ່ງສັນຍານແບບຊັດເຈນຫຼາຍວ່າມອສໂກມຸ້ງໝັ່ນທີ່ຈະກະຊັບຄວາມສຳພັນເຊິງຍຸດທະສາດກັບປະເທດມະຫາອຳນາດຢ່າງອີຣານ,ຈີນແລະອິນເດຍ ເພື່ອຮັບມືມາດຕາການຂວ້ຳບາດຂອງຕາເວັນຕົກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page