ຢີ່ປຸ່ນ-ຊາອຸດີອາຣະເບຍ ຮ່ວມມືກັນສອງຝ່າຍເພື່ອຕະຫຼາດນ້ຳມັນລະຫວ່າງປະເທດໃຫ້ໝັ້ນຄົງ.
ລັດຖະມົນຕີຕ່າງປະເທດຂອງຢີ່ປຸ່ນແລະຊາອຸດີອາຣະເບຍຕົກລົງກັນວ່າທັງສອງປະເທດຈະຮ່ວມກັນຮັກສາສະຖຽນລະພາບຂອງຕະຫຼາດນ້ຳມັນໂລກ ຂະນະທີ່ກ່ອນໜ້ານີ້ບໍ່ດົນ ສະຫະລັດເຈລະຈາບໍ່ສາມາດບັນລຸຂໍ້ຕົກລົງໃດໆ.
ກະຊວງການຕ່າງປະເທດຂອງຢີ່ປຸ່ນ ເຜີຍວ່າໃນລະຫວ່າງການປະຊຸມທີ່ກຣຸງໂຕກຽວໂຍຊິມາສະຮາຍາຊິ ຍັງຂໍໃຫ້ເຈົ້າຊາຍໄຟຊາ ບິນ ຟາຮັດ ອັນ-ຊາອຸ ລັດຖະມົນຕີຫະຊວງການຕ່າງປະເທດຊາອຸດີອາຣະເບຍຮ່ວມມືໃນການເພີ່ມການຜະລິດນ້ຳມັນເພີ່ມເຕີມ ໂດຍອົງກອນຜູ້ສົ່ງອອກນ້ຳມັນແລະພັນທະມິດທີ່ຮູ້ຈັກກັນໃນຊື່ OPEC Plus
ການເຈລະຈາມີຂື້ນຫຼັງຈາກປະທານາທິບໍດີໂຈ ໄບເດັນ ຂອງສະຫະລັດ ຢ້ຽມຊາອຸດີອາຣະເບຍ ສະມາຊິກໂອເປກແລະໜື່ງໃນຜູ້ຜະລິດນ້ຳມັນດິບລາຍໃຫຍ່ທີ່ສຸດຂອງໂລກ ແລະໄດ້ພົບກັບມົງກຸດຊະກຸມມາ ໂມຮຳເມັດ ບິນ ຊຳມານ ຜູ້ນຳໂດຍພິໄນຂອງຊາອຸດີອາຣະເບຍ
ແນວໃດກໍຕາມ ໄບເດັນ ບໍາສາມາດບັນລຸຂ້ຳຕົກລົງໃດໆ ທີ່ຈະເປັນຄວາມຫວັງວ່າຣິຍາດຈະສົ່ງນ້ຳມັນໃຫ້ແກ່ສະຫະລັດອາເມຣິກາຕ້ອງການ