3 ເທັກນິກທີ່ຊ່ວຍໃຫ້ເຮົາ “ ຮຽນຮູ້ແບບບໍ່ມີມຶື້ສິ້ນສຸູດ ”

ເຊທີ ນັກທຸລະກິດແລະທີ່ປຶກສາດ້ານການເງີນຊາວອາເມຮິກາໄດ້ສ້າງເວບໄຊ I Will Teach You to Be Rich ແລະໄດ້ກ່າວວ່າການຮຽນຮູ້ບໍ່ແມ່ນເລື່ອງທີ່ເກີດຂືນໂດຍບັງເອີນ ແຕ່ດ້ວຍຄວາມກະຕືລືລົ້ນແລະຄວາມດຸໝັ່ນ


ມີການກ່າວວ່າທັກສະທີ່ສຳຄັນທີ່ສຸູດທີ່ເຮັດໃຫ້ເວັບໄຊ້ເຕີບໂຕໄດ້ບໍ່ແມ່ນທັກສະ ສະເພາະທາງຢ່າງການຂຽນໂຄ້ດໂປຣແກມເລີຍແຕ່ກັບເປັນ ການມີທັດສະນະຄະຕິຢ່າງຜູ້ທີ່ຮຽນຮູ້ຢູ່ສະເໝີບໍ່ວ່າຈະມີປະສົບການຫຼາຍເທົ່າໃດກໍຕາມແລະນີ້ຄືສິ່ງສຳຄັນທີ່ເຮັດທຸລະກິດຢືນຍົງ.
ເຮົາເອງສາມາດສ້າງທັດສະນນະຄະຕິໄດ້ເຊັ່ນດຽວກັນດ້ວຍ 3ເທັກນິກທີ່ເຮົານຳມາແບ່ງປັນຕໍ່ໄປນີ້:


1.ຄິດແບບເດັກ: ເດັກນ້ອຍໆມັກຈະຖາມວ່າ “ ເປັນຫຍັງ” ຢູ່ຕະຫຼອດເວລາ ແລະຢາກທີ່ຈະຫຼິ້ນຫຼືຈັບໄປທຸກຢ່າງ ທີ່ເດັກນ້ອຍສົງໃສເພາະມັນຄືວິທີ ທີ່ພວກເຂົາຮຽນຮູ້ໂລກ ແຕ່ເມື່ອໃຫຍ່ຂື້ນ ຄວາມສົງໄສມີ່ເກີດຂື້ນຕາມທຳມະຊາດ ຈະໝົດໄປ ແລະ ເຮົາຈະເລີ່ມຍືດຖືໃນຄວາມຄິດຂອງຕົນເອງຫຼາຍຂື້ນ ເຊຣີກ່າວວ່າເຂົາພະຍາຍາມຮັກສານິໄສມັກຢອກແລະຊ່າງສົງໃສແບບເດັກ ໄວ້ຕະຫຼອດເວລາໂດຍສະເພາະກັບການເຮັດທຸລະກິດ ເມື່ອໃດທີ່ເຫນບໍລິສັດທີ່ປະສົບຜົນສຳເລັດເຮັດສິ່ງທີ່ແຕກຕ່າງ ເຂົາມັກຈະຖາມຕົນເອງວ່າ “ສິ່ງໃດທີ່ພວກເຂົາຮູ້ແຕ່ເຮົາບໍ່ຮູ້? ແນວຈະສ້າງແບບນັ້ນໄດ້ແນວໃດ?


2. ຈົ່ງຊອກຄູ່ທີ່ໄວ້ໃຈໄດ້: ຫຼາຍປີກ່ອນເລຊີ່ເວົ້າໃນການປະຊຸມຕ່າງໆ ຕັ້ງແຕ່ນິວຢອກ ຊານຟານຊິສໂກ ໄປຈົນເຖິງເດນເວ ຫຼັງຈາກການຂື້ນເວົ້າ ຜູ້ຄົນກໍຈະຕໍ່ແຖວເພື່ອທີ່ຈະທັກທາຍ ເຖິງແມ່ນວ່າເຂົາຈະມັກ ແຕ່ກັບກາຍເປັນວ່າຍິ່ງເຂົາກາຍເປັນຜູ້ຊ່ຽວຊານຫຼາຍເທົ່າໃດ ເຂົາກໍຍິ່ງຮຽນຮູ້ແລະພັດທະນາຕົນເອງໄດ້ນ້ອຍລົງໄປ


ເຂົາຈື່ງຕັດສິນໃຈທີ່ຈະຝາກຊີວິດຕົນເອງໄວ້ກັບຜູ້ໃຫ້ຄຳແນະນຳທີ່ເຊື່ອຖືໄດ້ ນັ້ນຄື ເຈ ອັບຣາຮຳ ຜູ້ເປັນທີ່ປຶກສາທາງທຸລະກິດ ແລະ ແຮງັບນດານໃຈໃຫ້ເຊຣີທີ່ຈະພັດທະນາທຸລະກິດຂອງເຂົາໃຫ້ເຕີບໃຫຍ່ໄປໃນທິດທາງທີ່ເຂົາເອງກໍຍັງຄາດບໍ່ເຖິງ ເພາະແມ້ແຕ່ຜູ້ທີ່ຊ່ຽວຊານໃນສາຂາຕ່າງທ ຢ່າງນັກກິລາອາຊີບ,ນັກດົນຕີແລະນັກສະແດງທີ່ມີຊື່ສຽງກໍລ້ວນແຕ່ມີໂຄ້ດແລະຜູ້ໃຫ້ຄຳປຶກສາທັ້ງນັ້ນ ແລ້ວເປັນຫຍັງ
ເຮົາຈື່ງຈະບໍ່ຄວນມີ ແມ່ນບໍ?


3.ຈົ່ງອ່ານ,ອ່ານແລະອ່ານ: ບາງເທື່ອຄູທີ່ດີທີ່ສຸດຄືໜັງສື ບໍ່ດັ່ງນັ້ນເຮົາຈະຊືມຊັບເລື່ອງລາວທັງຊີວິດຄົນຄົນໜື່ງ ໂດຍການນັ່ງຢູູ່ຊື່ໆ ໄດ້ຈາກບ່ອນໃດອີກ? ນີ້ຄືເຫດຜົນທີ່ເສທີ ຕັ້ງກົດ “Ramit’s Book-Buying Rule”ຂື້ນ ໂດຍເຂົາອາທິບາຍວ່າ ຫາກເຮົາກຳລັງຄິດທີ່ຈະຊື້ ໜັງສືຈັກເຫຼັ້ມ ກໍຈົງເຮັດ ຢ່າເສຍເວລາອ່ານຣີວິວຫຼືຖາມຄວາມຄິດເຫັນຂອງຄົນອື່ນ ການຍໄດ້ພຽງໜື່ງໄອເດຍຈາກໜັງສືນັ້ນຖືວ່າຄຸ້ມຄ່າກັບເງີນແລະເວລາທີ່ສູນເສຍໄປແລ້ວ


“ ເຮົາບໍ່ສາມາດເປີດໜັງສືໂດຍທີ່ບໍ່ໄດ້ຮຽນຮູ້ສິ່ງໃດໆເລີຍໄດ້”
ເຮົາຄວນທີ່ຈະເລີ່ມຮວບຮວມເທັກນິກເຫຼົ່ານັ້ນດ້ວຍກັນໃນຊີວິດຂອງເຮົາຕັ້ງແຕ່ມື້ນີ້ ແລ້ວເຮົາກໍຈະເລີ່ມຄົ້ນພົບທາງໃໝ່ໆ ທີ່ບັນລຸເປົ້າໝາຍໄດ້ ຢ່າງທີ່ ມາແຊ ໂກສະມິດ ໂຄ໊ດທາງດ້ານຜູ້ນຳແລະຜູ້ບໍລິຫານເຄີຍກ່າວວ່າ “ ສິ່ງທີ່ພາເຮົາມາເຖິງຈຸດນີ້ຈະບໍ່ມີມືທີ່ນຳພາໄປສູ່ຫົນທາງຂ້າງໜ້າ” ທຸກຢ່າງລ້ວນແຕ່ເລີ່ມຈາກ ການເປັນຜູ້ຮຽນຮູ້ໄປຕະຫຼອດຊີວິດ

Leave a Reply

Your email address will not be published. Required fields are marked *

You cannot copy content of this page