ສະຫະລັດຊີ້! ຣັດເຊຍກຳລັງກຽມ “ຍືດດິນແດນ” ຢູເຄຼນຮອບໃໝ່ຄືກັບທີ່ເຄີຍຍືດ ໄຄເມຍ
ເຈົ້າໜ້າທີ່ທຳນຽບຂາວ ເຜີຍຣັດເຊຍກຳລັງວາງຮາກຖານເພື່ອນຳໄປສູ່ການຍືດດິນແດນໃນເຂດຕາເວັນອອກຂອງຢູເຄຼນແລະມີການແຕ່ງຕັ້ງເຈົ້າໜ້າທີ່ຕົວແທນ ( proxy officials) ເຂົ້າໄປປົກຄອງພື້ນທີ່ເຫຼົ່ານັ້ນຢ່າງຜິດກົດໝາຍ ດ້ວຍຄວາມຫວັງທີ່ຍືດດິນແດນໃຫ້ໄດ້ຢ່າງສຳເລັດ.
ຈອນ ເດບີ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດ ອ້າງຂໍ້ມູນຂ່າວກອງເຊິ່ງລະບຸວ່າ ຣັດເຊຍມີແຜນຈະແຕ່ງຕັ້ງເຈົ້າໜ້າທີ່ຕົວແທນມອສໂກ ເຂົ້າໄປປົກຄອງດິນແດນຢູເຄູນທີ່ພວກເຂົາຍຶດໄວ້ ປະກາດໃຊ້ຣູເບີນເປັນສະກຸນເງີນພື້ນຖານແລະບັງຄັບໃນພົນລະເມືຶອງແປງສັນຊາດເປັນຣັດເຊຍໃຫ້ໝົດ
ມີການຊີ້ວ່າຣັດເຊຍເຄີຍໃຊ້ວິທີແບບນີ້ມາແລ້ວຕອນທີ່ຍືດ “ ແຫຼມໄຄເມຍ” ໄປຈາກຢູເຄຼນໃນປີ 2014 ເຊິ່ງເປັນການຍືກດິນແດນທີ່ປະຊາຄົມໂລກຍັງບໍ່ໃຫ້ການຍອມຮັບຈົນຮອດທຸກມື້ນີ້
ມີການເຕືອນວ່າ ສະຫະລັດຈະຂວ້ຳບາດ ພວກເຈົ້າໜ້າທີ່ຕົວແທນຣັດເຊຍທຸກຄົນແລະເຊື່ອວ່າບຸກຄົນເຫຼົ່ານີ້ຈະພະຍາຍາມເຮັດ “ ປະຊາມະຕິປອມ” ຂື້ນ ເພືອ່ອ້າງຄວາມຊອບທຳໃນການທີ່ຣັດເຊຍຈະເຂົ້າປົກຄອງດິນແດນດັ່ງກ່າວ.