ຫຼາຍໆຄົນອາດເຄີຍໄດ້ຍີນຄວາມເຊື່ອໃນສະໄໝກ່ອນແລ້ວວ່າການສະຜົມວັນພຸດບໍ່ດີ ແຕ່ຢ່າຟ້າວກັງວົນໃຈໄປ ເພາະເຮົາຍັງມີມື້ທີ່ດີອີກຫຼາຍມື້ ແອດຈະມາບອກວ່າຄວນສະມື້້ໃດເພື່ອເສີມດວງແລະເປັນສິລິມຸງຄຸນໄດ້:
ວັນຈັນ:ຈະເຮັດໃຫ້ຊີວິດຂອງເຮົາມີແຕ່ໂຊກລາບ ບໍ່ວ່າຈະເປັນໂຊກລາບແບບບັງເອີນຫຼືແບບບໍ່ຄາດຝັນແລະແບບບໍ່ທັນຕັ້ງໂຕ ແຕ່ຍັງອາດເຮັດໃຫ້ເຮົາລໍ່າລວຍ ມີເງີນທອງໄຫຼມາເທມາ, ຈັບອັນໃດກໍເປັນເງີນເປັນຄຳທຸກສິ່ງຢ່າງ.
ວັນຄານ: ຈະອາດເຮັດໃຫ້ມີອຳນາດແລະບາລະມີ ລູກນ້ອງບໍລິວານຫຼືຜູ້ຄົນຍົກຍ້ອງ ສາມາດເອົາຊະນະແລະຜ່ານພົ້ນອຸປະສັກຕ່າງໆໄປໄດ້ດ້ວຍດີລວມທັງສັດຕູທີ່ຄິດປອງຮ້າຍກໍກະແພ້ໄປ.
ວັນພຸດ: ເຊິ່ງໃນອາດີດມີການຖືກັນວ່າສະຜົມວັນພຸດບໍ່ດີ ເພາະຈະເຮັດໃຫ້ໂຊກຮ້າຍຊີວິດບໍ່ມີຄວາມສຸກ ມີແຕ່ຄວາມທຸກ,ພົບແຕ່ອຸປະສັກຕິດຂັດ,ອາດຖຶກຄົນຄິດປອງຮ້າຍຫຼືໃສ່ຮ້າຍຈົນວຸ້ນວາຍເປັນເລື່ອງເປັນລາວຄະດີຄວາມແລະຈະເຮັດໃຫ້ໂຊກລາບໝົດໄປອີກດ້ວຍ.
ວັນພະຫັດ: ຈະມີສິ່ງສັກສິດຊ່ວຍປົກປ້ອງຄຸ້ມຄອງ ບໍ່ວ່າຈະໄປບ່ອນໃດກໍຈະປອດໄພຈາກອັນຕະລາຍທັງປວງ ເອີ້ນໄດ້ວ່າເປັນສີລິມຸງຄຸນໃຫ້ໂຕເຮົາເອງແລະຢ້າເຮົາເປັນຄົນທຳມະທຳໂມ ມັກເຂົ້ົາວັດຢູ່ແລ້ວຮັບຮອງວ່າສິ່ງນີ້ຈະຍິ່ງເຮັດໃຫ້ຊ່ວຍເສີມແຕ່ສິ່ງດີໆແນ່ນອນ.
ວັນສຸກ:ເຮັດໃຫ້ຊີວິດມີແຕ່ຄວາມສະຫງົບສຸກ,ລາບລື່ນທຸກຢ່່າງ,ຢູ່ເຢັນເປັນສຸກແລະຍັງຊ່ວຍເສີມສະເໜ່ໄດ້ອີກດ້ວຍເອີ້ນໄດ້ວ່າມີສະເໜ່ແບບສຸດໆ ແລະຍັງເປັນຄົນທີ່ໜ້າຊື່ນຊົມຂອງຄົນຮອບຂ້າງອີກດ້ວຍ.
ວັນເສົາ:ຈະຊ່ວຍເສີມໃຫ້ປະສົບຜົນສຳເລັດ ບໍ່ວ່າຄິດຈະເຮັດສິ່ງໃດຫຼືວຽກງານປະເພດໃດກໍຈະປະສົບຜົນສຳເລັດໄດ້ດັ່ງໃຈຫວັງ ຈະມີໂຊກລາບແລະສິ່ງດີໆເຂົ້າມາໃນຊີວິດ.
ວັນທິດ: ຈະຊ່ວຍເລື່ອງບັນສຸຂະພາບ ມີອາຍຸຍືນຍາວ,ສຸຂະພາບຮ່າງກາຍສົມບູນແຂງແຮງແລະປາສະຈາກໂລກໄພໄຂ້ເຈັບທັງຫຼາຍ.