ອົດທົນໄວ້! ອີຢູຂໍສະມາຊິກໃຊ້ອາຍແກ໊ສໜ້ອຍລົງ ຫຼັງປູຕິນຕັ້ງທ່າເອົາຄືນຈະຢຸດການສະໜອງ

ສະຫະພາບຢູໂຣບ (ອີຢູ) ແຈ້ງເຖິງສະມາຊິກຂໍໃຫ້ປັບຫຼຸດການໃຊ້ອາຍແກ໊ສ 15% ໃນມາດຕະການສຸກເສີນ ຫຼັງປະທານາທິບໍດີວະລາດິມີ ປູຕິນ ເຕືອນວ່າກາສະໜອງອາຍແກ໊ຊທຳມະຊາດທີ່ສົ່ງຜ່ານທໍ່ລຳລຽງນອດຕີມ 1ອາດຫຼຸດລົງໄປຫຼາຍກວ່ານີ້ຫຼືເຖິງຂັ້ນຢຸດຈ່າຍອາຍແກ໊ຊເລີຍບາດດຽວ ແລະກ່າວໂທດສະຖານະການແບບນີ້ວ່າເປັນຄວາມຜິດຂອງຕາເວັນຕົກເອງ


ຄຳເຕືອນຂອງປູຕິນ ສອດຄ້ອງກັບຂໍ້ມູນຂອງນ່ວຍງານຄວບໍຄຸມລະບຽບດ້ານພະລັງງານຂອງເຢຍລະມັນ ຄາດໝາຍວ່າກະແສແກ໊ຊກັບມາໄຫຼຜ່ານທໍ່ລຳລຽງນອດຕີມ 1ປະມານ 30%ຄວາມຈຸ ເຖິງຈະຜ່ານພົ້ນຊ່ວງເວລາຂອງການປິດສ້ອມບຳລຸງໄປແລ້ວ


ການສົ່ງມອບແກ໊ຊຜ່ານທໍ່ລຳລຽງເຊິ່ງຄິດເປັນສັດສ່ວນເຖິງ 1ໃນ 3ຂອງປະລິມານອາຍແກ໊ຊທັງໝົດທີ່ຣັດເຊຍສົ່ງອອກໄປຍັງອິຢູ ມີກຳໜົດກັບມາເປີດປະຕິບັດການອີກຄັ້ງຫຼັງປິດສ້ອມບຳລຸງປະຈຳປີເປັນເວລາ 10ວັນ
ການສະໜອງປ້ອນຜ່ານທໍ່ລຳລຽງແຫ່ງນີຫຼຸດລົງຢູ່ກ່ອນແລ້ວ ຕັ້ງແຕ່ກ່ອນໜ້າການເປີດສ້ຶມບຳລຸງສືບເນື່ອງຈາກປະເດັນພິພາກກ່ຽວກັບມາດຕາການຂວ້ຳບາດແລະເວລານີ້ມີການປັບຫຼຸດຫຼາຍຍິ່ງຂື້ນ ໃນຂະນະທີ່ກະແສແກ໊ຊຜ່ານເສັ້ນທາງອື່ນໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page