ຣັດເຊຍຂູ່ຢຸດການສົ່ງອອກນ້ຳມັນສູ່ຕະຫຼາດໂລກ ຫາກຕາເວັນຕົກຈຳກັດເພດານລາຄາຕໍ່າກວ່າທືນ

ຣັດເຊຍຂູ່ຢຸດການສົ່ງອອກນ້ຳມັນສູ່ຕະຫຼາດໂລກ ຫາກຕາເວັນຕົກຈຳກັດເພດານລາຄາຕໍ່າກວ່າທືນ


ຣັ້ດເຊຍຈະບໍ່ສົ່ງນ້ຳມັນສູ່ຕະຫຼາດໂລກ ຫາກວ່າເພດານລາຄາຕໍ່າກວ່າຕົ້ນທືນການຜະລິດ ມີການລະບຸອ້າງອີງວ່າ ເຈເນັດ ເຍເລນ ລັດຖະມົນຕີຄັງສະຫະລັດ ກຳລັງຜັກດັນໃຫ້ມີການຄວບຄຸມເພດານລາຄານ້ຳມັນຣັດເຊຍ

ເພື່ອສະກັດກັ້ນແຫຼ່ງເງີນຂອງຣັດເຊຍທີ່ໃຊ້ເຮັດສົງຄາມໃນຢູເຄຼນ ບັນດາເຈົ້າໜ້າທີ່ຍອມຮັບວ່າເປົ້າໝາຍຂອງມາດຕາການດັ່ງກ່າວຄື ກຳນົດເພດານລາຄາໃຫ້ຢູ່ໃນລະດັບໜື່ງ ເຊິ່ງຄວບຄຸມເຖິງຕົ້ນທືນລວມ ດ້ານການຜະລິດດ້ວຍ ເພືອ່ທີ່ມອສໂກຈະຍັງຄົງມີແຮງຈູງໃຈໃນການສົ່ງອອກນໍ້າມັນຕໍ່ໄປ

ຈາກຄຳອ້າງຂອງ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີ ໃຫ້ສຳພາດເຕືອນວ່າ “ ຖ້າລາຄານີ້ທີ່ພວກເຂົາກຳລັງເວົ້າເຖິງ ຕໍ່າກວ່າຕົ້ນທຸນການຜະລິດນ້ຳມັນ ແນ່ນອນວ່າເມື່ອນັ້ນຣັດເຊຍບໍ່ຮັບປະກັນວ່າຈະປ້ອນນ້ຳມັນສູ່ຕະຫຼາດໂລກ ເວົ້າງ່າຍໆເລີຍ ມັນໝາຍຄວາມວ່າເຮົາຈະບໍ່ໄດ້ເຮັດຫຍັງທີ່ຂາດທືນ”
ປະທານາທິບໍດີວາລາດິມີ ປູຕິນ ບອກກັບນັກຂ່າວວ່າກ່ອນໜ້ານີ້ໃນມື້ດຽວກັນເຕືອນວ່າລາຄານ້ຳມັນຈະພຸ່ງສູງກວ່ານີອີກຫາກວ່າມີກຳນົດເພດານຄວບຄຸມລາຄາ

Leave a Reply

Your email address will not be published. Required fields are marked *

You cannot copy content of this page