ນັ່ງບໍ່ຕິດ! ສະຫະລັດສົ່ງມອບຈະຫຼວດລໍ້າສະໄໝໃຫ້ຢູເຄຼນເພີ່ມ ຫຼັງຣັດເຊຍກ່າວບໍ່ໄດ້ມີເປົ້າໝາຍດຽວ

ນັ່ງບໍ່ຕິດ! ສະຫະລັດສົ່ງມອບຈະຫຼວດລໍ້າສະໄໝໃຫ້ຢູເຄຼນເພີ່ມ ຫຼັງຣັດເຊຍກ່າວບໍ່ໄດ້ມີເປົ້າໝາຍດຽວ


ສະຫະລັດໄດ້ສັນຍາສົ່ງມອບລະບົບຈະຫຼວດທີ່ມີຄວາມຊັດເຈນສູງໃຫ້ຄຽບເພີ່ມເຕີມບໍ່ດົນຫຼັງຈາກມອສໂກສົ່ງສັນຍານວ່າມີເປົ້າໝາຍຍືດຄອງດິນແດງຢູເຄູນເພີ່ມນອກເໜືອຈາກເຂດດອນບາສ ພື້ນທີ່ອຸດສາຫະກຳທາງພາກຕາເວັນອອກຂອງຢູເຄຼນ.


ລັດຖະມົນຕີກະຊວງປ້ອງກັນບອກວ່າ ວໍຊິງຕັນຈະສົ່ງ
ມອບຈະຫຼວດຫຼາຍລຳກ້ອງເຄືອນທີ່ໄດ້ຄ່ອງຕົວສູງ M142 High Mobility Artillery Rocket System (Himars) ເພີ່ມເຕີມອີກ 4ຊຸດ ເຊິ່ງຊ່ວຍໜູນແສຍຍານຸພາບຂອງຄຽບໃນສະໜາມຮົບໃນຊ່ວງທ້າຍອາທິດທີ່ຜ່ານມາ ເປີດທາງກອງກຳລັງຢູເຄຼນໂຈມຕີເປົ້າໝາຍຕ່າງທຂອງຣັດເຊຍຈາກໄລຍະໄກ


“ ຢູເຄຼນຕ້ອງການອານຸພາບການຍິງແລະລູກ ປືນ ເພືອ່ຕ້ານທານການລະດົມຍິງບໍ່ຢຸດແລະໂຈມຕີຕອບໂຕ້ກັບ” ອອດຕິນບອກວ່າ ພ້ອມລະບຸການສົ່ງມອບຮອບໃໝ່ນີ້ຈະເຮັດໃຫ້ຍອດລວມລະບົບອາວຸດ Himars ທີ່ສະຫະລັດຈັດຫາໃຫ້ຢູເຄຼນ ເພີ່ມເປັນທັງໝົດ 16ຊຸດ

Leave a Reply

Your email address will not be published. Required fields are marked *

You cannot copy content of this page