ລັດຖະບານຢູເຄຼນອອກມາຂໍຮ້ອງເຈົ້າໜ້າທີ່ຕ່າງປະເທດ ລວມເຖິງມະຫາອຳນາດຕາເວັນຕົກແລະບໍລິສັດດ້ານການລົງທືນຊັ້ນນຳຂອງໂລກ ໃຫ້ອານຸມັດມາດຕາການ “ ພັກຊຳລະໜີ້” ຊົ່ວຄາວເປັນເວລາ 2ປີ ເພື່ອທີ່ຢູເຄຼນຈະໄດ້ສາມາດທຸ່ມເທງົບປະມານໄປກັບການເຮັດສົງຄາມຂັບໄລ່ຣັດເຊຍ
ກະຊວງການຄັງຢູເຄຼນອອກມາເຜີຍຄາດການວ່າຜະລິດຕະພັນລວມພາຍໃນປະເທດ (GDP) ປີນີ້ຈະຫົດຕົວລົງລະຫວ່າງ 35-45% ໂດຍເປັນຜົນມາຈາກການທີ່ຣັດເຊຍເຮັດສົງຄາມຮຸກຮານ ແລະ ທາງກະຊວງຄາດຫວັງວ່າຈະສາມາດບັນລຸຂໍ້ຕົກລົງພັກໜີ້ທີ່ກູ້ຢືມຈາກຕ່າງປະເທດ ເຊິ່ງມີມູນຄ່າລວມປະມານ 20.000ລ້ານໂດລາ
ຄຳຂໍຂອງຄຽບໄດ້ຮັບການຕອບຮັບຢ່າງວ່ອງໄວຈາກລັດຖະບານຕາເວັນຕົກແລະບໍລິສັດທືນຕ່າງປະເທດເຊິ່ງຈະຊ່ວຍໃຫ້ຢູເຄຼນສາມາດຈ່າຍໜີ້ຊ້າໄດ້ ເຊິ່ງໜີ1.200ລ້ານໂດລາທີ່ມີກຳນົດຕ້ອງຈ່າຍຄືນຕົ້ນເດືອນກັນຍາ.
ມີການລາຍງານວ່າ ຢູເຄຼນບັນລຸຂໍ້ຕົກລົງເບື້ອງຕົ້ນກັລລັດຖະບານຕ່າງປະເທດທີ່ຖືຄອງພັນທະບັດໃນການຂໍພັກຊຳລະໜີ້ ລະຫວ່າງວັນທີ 1ສິງຫາປີນີ້ໄປຈົນເຖິງທ້າຍປີ 2023ເປັນຢ່າງໜ້ອຍ ທ່າມກາງຜົນກະທົບຈາກສົງຄາມກັບຣັ້ດເຊຍເຊິ່ງເຮັດໃຫ້ຄຽບປະເຊີນວິກິດຂາດດຸນງົບປະມານສູງເຖິງ 5.000ລ້ານໂດລາສະຫະລັດຕໍ່ເດືອນ.