ວິລຽມ ເບິນ ຜູ້ອຳນວຍການສຳນັກງານຂ່າວກອງກາງສະຫະລັດ ອອກມາປະເມີນລ່າສຸດວ່າຣັດເຊຍໜ້າຈະສູນເສຍກຳລັງພົນໃນສົງຄາມຢູເຄຼນໄປແລ້ວບໍ່ຕໍ່າກວ່າ 15.000ຄົນແລະມີທະຫານບາດເຈັບອີກເກືອບ 45.000ຄົນ ໃນຂະນະທີ່ຝ່າຍຢູເຄຼນເອງກໍສູນເສຍຫຼາຍບໍ່ແພ້ກັນ
ຜ່ານມາເກືອບ 5ເດືອນເຕັມນັບຈາກມື້ທີ່ປະທານາທິບໍດີ ວາລາດິມີ ປູຕິນ ໄດ້ສັ່ງໃຫ້ກອງທັບ ຣັດເຊຍເປີດສາກຮຸກຮານຢູເຄຼນລ່າສຸດ ກອງກຳລັງແດນໜີຂາວຍັງຄົງບຸກແນວຕ້ານຂອງຢູເຄຼນໃນເຂດດອນບາສທາງຕາເວັນອອກແລະສາມາດຍືດດິນແດນໄປແລ້ວປະມານ 1ໃນ5ຂອງປະເທດ
ໃນເວທີສົນທະນາດ້ານຄວາມໝັ້ນຄົງ Aspen Security Forum ເຊິ່ງຈັດຂື້ນທີ່ລັດໂຄໂລຣາໂດ ເບິນ ລະບຸວ່າ ຣັດເຊຍຕ້ອງ ຈ່າຍລາຄາແພງຫຼາຍ ກວ່າຈະຍືດດິນແດນເຫຼົ່ານັ້ນມາໄດ້
“ ຈາກການປະເມີນລ່າສຸດໂດຍປະຊາຄົມຂ່າວກອງສະຫະລັດຄາດວ່າຍອດ ທະຫານເສຍ ຊີ ວິດ ຈະຢູ່ທີ່ປະມານ 15.000ຄົນ ແລະບາດເຈັບອີກປະມານ 3ເທົ່າຕົວ ເຊິ່ງຖືເປັນຄວາມສູນເສຍຢ່າງຫຼວງຫຼາຍ”