ອ່ານຈົບຊີວິດປ່ຽນ! ຄົນ7ປະເພດທີ່ຄວນຕັດອອກຈາກຊີວິດຢ່າຄິດເສຍດາຍ

ໃນຄວາມສຳພັນບໍ່ມີໃຜຢາກຈະທຳຮ້າຍມິດຕະພາບດີໆ ທີ່ໃຊ້ວັນເວລາຮ່ວມກັນສ້າງຂື້ນມາ ແຕ່ຫາກມີຝ່າຍໃດຝ່າຍໜື່ງປ່ຽນໄປຈາກເກົ່າຫຼືເປັນເຮົາເອງທີ່ຫາຄົ້ນພົບນິໄສບາງຢ່າງເຊິ່ງບໍ່ຄ່ອຍໜ້າປະທັບໃຈຂອງເຂົາ ເຕືອນທັງແບບກົງໆແລະແບບອ້ອມໆແລ້ວແຕ່ກໍຍັງບໍ່ຍອມປ່ຽນຮອດຈຸດນີ້ຄວນຖາມຕົນເອງວ່າຄຸ້ມຫຼືບໍ່ ທີ່ຈະຮັກສາຄວາມສຳພັນປະເພດນີ້ໄວ້:


1.ຄົນທີ່ເວົ້າແຕ່ເລື່ອງຕົນເອງ: 90% ຂອງບົດສົນທະນາມັກຈະເປັນເລື່ອງຊີວິດຂອງຕົນເອງ ເລືອງຊີວິດລວມໄປເຖິງເລື່ອງບໍ່ດີຄົນປະເພດນີ້ຈະມັກເລົ່າໃຫ້ຟັງໝົດເປືອກ ແຕ່ບາງຄັ້ງເຮົາເອງກໍມີເລື່ອງໜັ້ກໃຈຢາກລະບາຍແດ່ ແຕ່ບໍ່ເປີດໂອກາດໃຫ້ເຮົາໄດ້ເວົ້າເລີຍ.


2.ຄົນທີ່ມີແຕ່ຄຳເວົ້າບໍ່ດີໃຫ້ກັນ: ຄຳເວົ້າຂອງຄົນບອກໄດ້ຫຼາຍຢ່າງ ບໍ່ວ່າຈະເປັນທັດສະນະຄະຕິ ການໃຊ້ຊີວິດຫຼືປະສົບການ ຫາກຄົນເປັນໝູ່ກັນມາດົນຈະພິສູດໄດ້ແລ້ວວ່າໝູ່ຄົນນີ້ເລືອກໃຊ້ຄຳເວົ້າບໍ່ດີກັບເຮົາແທ້ເຮັດເຮົາບັນທອນຈິດໃຈ


3.ຄົນທີ່ພົບກັນແຕ່ລະຄັ້ງເວົ້າແຕ່ເລື່ອງເງີນ: ຂໍຢືມເງີນແດ່,ຕິດໄວ້ກ່ອນ ສົ່ງຄືນແນ່ນອນ ເປັນຄຳເວົ້າຕິດປາກ ຂອງໝູ່ແບບນີ້ສົ່ງຄືນແດ່ບໍ່ຄືນແດ່ຈົນເປັນນິໄສເຊິ່ງສະແດງໃຫ້ເຫັນວ່າເຂົາຄົບເຮົາຍ້ອນຫວັງຜົນປະໂຫຍດ.


4.ຄົນທີ່ຕໍ່ໜ້າແບບໜື່ງລັບຫຼັງແບບໜື່ງ: ຕໍ່ໜ້າເວົ້າດີ ຮູ້ຈັກເອົາອົກເອົາໃຈ ເຂົ້າຂ້າງສາລະພັດ ແຕ່ລັບຫຼັງກັບເອົາເລື່ອງທີ່ເຮົາເວົ້າໄປຕີໄຂ່ໃສ່ສີເລົ່າໃຫ້ຄົນອື່ໍນຟັງແບບເສຍຫາຍ
5.ຄົນທີ່ດືງໃຫ້ຊີວິດເຮົາຕົກຕໍ່າ: ເປັນໝູ່ກັນຕ້ອງຮອດໃສຮອດຫັ້ນ ມີຫຍັງກໍພ້ອມທີ່ຈະໃຫ້ຄຳປືກສາແລະຍ່າງໄປດ້ວຍກັນໄດ້ສະເໝີ ແຕ່ຖ້າຊັກຊວນໄປໃນທາງທີ່ຜິດ ຕັ້ງແຕ່ຄົບມາເຮັດໃຫ້ຊີວິດເຮົາຕໍ່າລົງຄວນຕັດຄົນແບບນີ້ອອກຈາກຊີວິດ


6.ຄົນທີ່ເອົາແຕ່ອິດສາເຮົາຕະຫຼອດເວລາ: ໝູ່ທີ່ມັກປຽບທຽບມັກສອດສ່ອງ ຊີວິດເຮົາຕະຫຼອດເວລາ ບໍ່ແມ່ນພຽງແຕ່ເປັນຫ່ວງ ແຕ່ເພາະອິດສາ ຢາກໄດ້ຢາກດີກວ່າທັ້ງທີ່ເຮົາກໍຢູ່ດີໆ ຍັງມັກເວົ້າກະທົບແລະເຮັດໃຫ້ເສຍຄວາມຮູ້ສຶກ



7.ຄົນທີ່ຢູ່ນຳແລ້ວບໍ່ມີຄວາມສຸກ: ມີຄົນບາງປະເພດເຖິງບໍ່ມີນິໃສບໍ່ດີທີ່ຊັດເຈນ ແຕ່ລວມໆແລ້ວຄືຢູ່ນຳແຕ່ບໍ່ມີຄວາມສຸກ ກໍບໍ່ແມ່ນເລື່ອງທີ່ເຮົາຈະຕ້ອງທົນ ໂດຍສະເພາະຢ່າງຍິ່ງເມື່ອເຮົາລອງປັບຕົວເອງເຂົ້າຫາແລ້ວເຂົາຍັງເຮັດໃຫ້ຮູ້ສຶກບໍ່ດີອີກບໍ່ມີເຫດຜົນທີ່ຈະຕ້ອງທົນຄົບຕໍ່ໄປ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page