ອັອດເຕເລຍເລັ່ງຂື້ນຄ່າທຳນຽມລົງທືນຈາກຕ່າງປະເທດ 2ເທົ່າຫວັງເພີ່ມລາຍໄດ້ລັດ

ອັອດເຕເລຍເລັ່ງຂື້ນຄ່າທຳນຽມລົງທືນຈາກຕ່າງປະເທດ 2ເທົ່າຫວັງເພີ່ມລາຍໄດ້ລັດ


ທ່າ ຈິມ ຊາເມີ ລັດຖະມົນຕີວ່າການກະຊວງການຄັງອອັດເຕເລຍເປີດເຜີຍວ່າ ອອັດເຕເລຍກຽມປັບເພີ່ມຄ່າທຳນຽມເປັນ 2ເທົ່າສຳລັບນັກລົງທືນຕ່າງປະເທດທີ່ຕ້ອງການຊື້ຊັບສິນໃນປະເທດ ຂະນະທີ່ເຂົາຕ້ອງແກ້ບັນຫາການຂາດດຸນງົບປະມານທີ່ຍືດເຍື້ອແລະພະຍາຍາມເພີ່ມລາຍໄດ້ຂອງລັດຖະບານ


ທ່ານຊາເມີກ່າວວ່າ ຄ່າທຳນຽມແລະຄ່າປັບທີ່ເພີ່ມຂື້ນສຳລັບການຊື້ອະສັງຫາລິມມະຊັບ ຟາມແລະທຸລະກິດໃນອອັດເຕາເລຍນັ້ນ ຄາດວ່າຈະສ້າງລາຍໄດ້ເພີ່ມ 455ລ້ານໂດລາອອັດເຕເລຍ ( 315ລ້ານໂດລາສະຫະລັດ) ໃນຊ່ວງ 4ປີຂ້າງໜ້າ


ທ່ານຊາເມີ ເປີດເຜີຍວ່າເຂົາຍັງຄົງສະໜັບສະໜູນການລົງທືນຂອງຕ່າງປະເທດໃນອອັດເຕເລຍຕໍ່ໄປ ແຕ່ເຂົາຕ້ອງຕັດສິນໃຈເນື່ອງຈາກສະຖານະຂອງງົບປະມານທີ່ໄດ້ຮັບມາຈາກລັດຖະບານຊຸດກ່ອນໜ້າ ແລະ ໄດ້ຖະແຫຼງການວ່າ “ ຄ່າທຳນຽມການລົງທືນຂອງຕ່າງຊາດຄິດເປັນສັດສ່ວນພຽງເລັກໜ້ອຍຂອງການລົງທືນໂດຍກົງຈາກຕ່າງປະເທດທັງໝົດ” ໂດຍມາດຕະການໃໝ່ນີ້ຈະມີຜົນບັງຄັບໃຊ້ໃນໄວໆນີ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page