ວຸ້ນວາຍຕັ້ງແຕ່ຍັງບໍ່ເລີ່ມ! ສະມາຊິກອີຢູຄັດຄ້ານແຜນປັນສ່ວນ-ຫຼຸດໃຊ້ອາຍແກ໊ຊ 15%ຊ້ວງລະດູໜາວ

ວຸ້ນວາຍຕັ້ງແຕ່ຍັງບໍ່ເລີ່ມ! ສະມາຊິກອີຢູຄັດຄ້ານແຜນປັນສ່ວນ-ຫຼຸດໃຊ້ອາຍແກ໊ຊ 15%ຊ້ວງລະດູໜາວ.


ລັດຖະບານສະເປນ ກຣີ ແລະ ໂປຕຸເກດ ຕ່າງເນັ້ນຢໍ້າຈຸດຢືນຄັດຄ້ານແຜນການໜື່ງຂອງສະຫະພາບຢູໂຣບ(ອີຢູ) ທີ່ອາດເຫັນບັນດາປະເທດສະມາຊິກຕ້ອງປັນສ່ວນແລະປັບຫຼຸດການບໍລິໂພກອາຍແກ໊ຊທຳມະຊາດລົງ 15% ຕະຫຼອດຊ່ວງລະດູໜາວ


ຄະນະກຳມາທິການຢູໂຣບຖະແຫຼງສະເໜີແຜນໃຊ້ອາຍແກ໊ຊທຳມະຊາດຢ່າງປະຢັດເພື່ອໃຫ້ມີອາຍແກ໊ຊໃຊ້ຢ່າງພຽງພໍໃນຊ່ວງລະດູໜາວ ເຊິ່ງຈະມອບໝາຍໃຫ້ປະເທດສະມາຊິກອີຢູປ່ຽນໄປໃຊ້ແຫຼ່ງພະລັງງານອື່ນເພື່ອຫຼຸດການບໍລິໂພກອາຍແກ໊ຊແລະສັ່ງໃຫ້ພົນລະເມືອງຂອງຕົນເອງປັນສ່ວນການໃຊ້ອາຍແກ໊ຊ


ຫາກຂໍ້ສະເໜີຂອງທາງຄະນະກຳມາທິການໄດ້ຮັບຄວາມເຫັນພ້ອມ ບັນດາລັດສະມາຊິກຈຳເປັນຕ້ອງນຳສະເໜີລາຍງານຄວາມຄືບໜ້າໃນທຸກໆ 2ເດືອນກ່ຽວກັບການມຸ່ງໜ້າສູ່ການຫຼຸດບໍລິໂພກກ໊າຊທຳມະຊາດ 15%ແລະບັນດາເຈົ້າໜ້າທີ່ອີຢູຈະມີອຳນາດສຳລັບປະກາດສະຖານະການສຸກເສີນແລະກຳນົດໃຫ້ເປັນ” ເປົ້າໝາຍບັງຄັບ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page