ເຮັດໃຫ້ເອີຣົບໄດ້ຫາຍໃຈຕໍ່! ບໍລິສັດອາຍແກ໊ຊຣັດເຊຍກຽມເປີດທໍ່ອາຍແກ໊ຊໃຫ້ເອີຣົບແລ້ວ

ບໍລິສັດພະລັງງານອາຍແກ໊ຊໂປຣມຂອງຣັດເຊຍກັບມາເປີດການໃຊ້ງານທໍ່ສົ່ງອາຍແກ໊ຊທຳມະຊາດນອດ ສະຕີມ1 ເຂົ້າສູ່ເຢຍລະມັນຕາມປົກກະຕິແຕ່ໃນປະລິມານທີ່ຫຼຸດລົງ ຫຼັງຊ່ວງ 10ວັນກ່ອນໜ້ານີ້ໄດ້ຢຸດການສົ່ງອາຍແກ໊ຊອ້າງເຫດຜົນການປິດລະບົບສ້ອມບຳລຸງ

ຈົນເຮັດໃຫ້ຄະນະກຳມາທິການເອີຣົບ ຮຽກຮ້ອງໃຫ້ປະເທດສະມາຊິກລຸດການໃຊ້ກ໊າຊທຳມະຊາດ 15%ຕະຫຼອດຊ່ວງ 7ເດືອນຂ້າງນ້າ ເພື່ອກຽມຮັບມືວິກິດອາຍແກ໊ຊຂາດແຄລນໃນກໍລະນີທີ່ລັດຖະບານຣັດເຊຍຕັດສິນໃນຢຸດການສົ່ງກ໊າຊຢ່າງສິ້ນເຊີງ ເພື່ອຕອບໂຕ້ມາດຕາການຫຼິ້ນງານຣັດເຊຍຂອງຊາດຕາເວັນຕົກທັງນີ້ ການເປີດທໍ່ອາຍແກ໊ຊແບບເກົ່າໃນອັດຕາ 40% ຂອງປະລິມານປົກກະຕິ

ມີຂື້ນໃນຂະນະທີ່ທ່າ ເຊເກ ລາບລໍ ລັດຖະມົນຕີຕ່າງປະເທດຣັດເຊຍ ລະບຸວ່າ ຂອບເຂດພາລະກິດຂອງກອທັບຣັດເຊຍໃນຢູເຄຼນ ບໍ່ແມ່ນພຽງບແຕ່ເຂດດອນຍາສທາງຕາເວັນອອກແລະພາກໃຕ້ຂອງຢູເຄຼນແຕ່ລວມເຖິງພື້ນທີ່ອື່ນໆ

ເນື່ອງຈາກກອງທັບຢູເຄຼນໄດ້ຮັບມອບລົດຍິງຈະຫຼວດໄຮມາສຈກາສະຫະລັດ ເຊ່ິງເຮັດໃຫ້ດິນແດນຣັດເຊຍຖຶກໂຈມຕີ ສ່ວນທ່ານວິລຽມ ເບິນ ຜູ້ອຳນວຍການສຳນັກຂ່າວກອງກາງແຫ່ງຊາດສະຫະລັດ CIA ຢືນຢັນວ່າທ່ານວາລາດິມີ ປູຕິນ ປະທານາທິບໍດີຣັດເຊຍສຸຂະພາບແຂງແຮງ ບໍ່ມີຫຼັກຖານວ່າປ່ວຍຕາມຂໍ້ມູນທີ່ເຜີຍແພ່ເປັນວົງກວ້າງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page