ໂລກເບົາຫວານຖືເປັນໄພໃກ້ຕົວທີ່ເຮັດໃຫ້ຫຼາຍຄົນບໍ່ຄາດຄິດວ່າຈະສ່ຽງເປັນໂລກຊະນິດນີ້ຢ່າງແນ່ນອນ ທັ້ງທີ່ຄວາມເປັນຈິງແລ້ວໂລກເບົາຫວານມີໂອກາດເກີດຂື້ນໄດ້ກັບທຸດເພດແລະບໍ່ເຈາະຈົງວ່າຈະເກີດກັບຄົນມີອາຍຸຫຼາຍເທົ່ານັ້ນ
ເພາະໄວລຸ່ນໜຸ່ມສາວກໍມີໂອກາດສ່ຽງເປັນໂລກເບົາຫວານໄດ້ເຊັ່ນກັນ ເນື່ອງຈາກອາຫານການກິນຖືເປັນຕົວສໍາຄັນທີ່ເຮັດໃຫ້ຫຼາຍຄົນເປັນໂລກເບົາຫວານໄດ້ໂດຍບໍ່ຮູ້ຕົວ ມື້ນິແອດຈະມາບອກ 5ສັນຍານເຕືອນຂອງການເປັນໂລກເບົາຫວານໃຫ້ທຸກຄົນຮູ້ກັນດັ່ງລຸ່ມນີ້:
1.ປັດສະວະເລື້ອຍໆ: ເກີດຈາກການທີ່ຮໍໂມນອິນຊູລິນໃນຮ່າງກາຍເຮັດວຽກຜິດປົກກະຕິ ເຮັດໃຫ້ນໍ້າຕານໃນເລືອດສູງຂື້ນ ແລະ ເມືອນໄຕບໍ່ສາມາດກອງນໍ້າຕານສ່ວນເກີນໃຫ້ກັບຄືນສູ່ເລືອດໄດ້ໝົດຮ່າງກາຍກໍຈະເຮັດການປ່ອນນໍ້າຕານອອກມາພ້ອມກັບປັດສະວະຈຶ່ງເຮັດໃຫ້ຜູ້ທີ່ມີໂລກນີປັດສະວະອອກມາເລື້ອຍໆ.
2. ຕາມົວ: ເກີດຈາກການທີ່ປະລິມານນໍ້າຕານທີ່ຄັ່ງຢູ່ໃນເລນຕາສົ່ງຜົນເຮັດໃຫ້ການເບິ່ງເຫັນຜິດປົກກະຕິ ຫຼືື ບາງຄັ້ງອາດເກີດຈາກການທີ່ລະດັບນໍ້າຕານໃນເລືອດສູງເກີນໄປ ສົ່ງຜົນໃຫ້ເກີດປະຕິກິຍາກັບດວງຕາ.
3.ນໍ້າໜັກຫຼຸດລົງຜິດປົກກະ: ເກີດຈາກການທີ່ເຊວບໍ່ສາມາດນໍານໍ້າຕານມາເຜົາຜານພະລັງງານໄດ້ ລວມທັງນໍ້າຕານໃນຮ່າງກາຍຖຶກຂັບອອກທາງປັດສະວະເປັນຈໍານວນຫຼາຍ ສົ່ງຜົນໃຫ້ຮ່າງກາຍນໍາກ້າມເນື້ອແລະໄຊມັນມາເຜົາຜານແທນການນໍານໍ້າຕານມາໃຊ້ພະລັງງານເຮັດໃຫ້ນໍ້າໜັກຫຼຸດລົງ.
4.ບາກແຜນານເຊົາ: ເກີດຈາກການທີ່ລະດັບນໍ້າຕານໃນເລືອດສູງ ຈົນສົ່ງຜົນໃຫ້ການເຮັກວຽກຂອງຫຼອກເລືອດເກີດຄວາມຜິດປົກກະຕິນັ້ນຈຶ່ງບໍ່ແປກໃຈເລີຍວ່າເປັນຫຍັງຜູ້ປ່ວຍເບົາຫວານຈື່ງມີອາການແຜນານເຊົາ.
5. ມີອາການຊາປາຍມືແລະຕິນ
ຫາກມີອາການໃຫ້ຕັ້ງຂໍ້ສັງເກດໄວ້ກ່ອນເລີຍວ່າອາດສ່ຽງເປັນໂລກເບົາຫວານ ເກີດຈາກການລະດັບນໍ້າຕານໃນເລືອດສູງຈົນໄປທໍາລາຍເສັ້ນປະສາດສ່ວນປາຍຂອງຮ່າງກາຍ ຈຶ່ງເຮັດໃຫ້ອະໄວຍະວະບາງສ່ວນເກີດອາການຊາ.