ຣັດເຊຍ-ຢູເຄຼນລົງນາມຂໍ້ຕົກລົງເປີດທ່າເຮືອສົ່ງອອກທັນຍາພືດກູ້ວິກິດອາຫານໂລກ

ຣັດເຊຍ-ຢູເຄຼນລົງນາມຂໍ້ຕົກລົງເປີດທ່າເຮືອສົ່ງອອກທັນຍາພືດກູ້ວິກິດອາຫານໂລກ


ຣັດເຊຍແລະຢູເຄຼນລົງນາມຂໍ້ຕົກລົງເປີດທ່າເຮືອທະເລດຳເພື່ອເລີ່ມການສົ່ງອອກທັນຍາພືດອີກຄັ້ງແລ້ວຫຼັງຈາກຢຸດຊະງັກເພາະສົງຄາມ ທ່າມກາງວິກິດອາຫານໂລກ


ມີການລາຍງານວ່າຜູ້ແທນຈາກຣັດເຊຍກັບຢູເຄຼນລົງນາມຂໍ້ຕົກລົງ ເປີດທ່າເຮືອທະເລດຳຂອງຢູເຄຼນເພື່ອເລີ່ມການສົ່ງອອກທັນຍາພືດທີ່ຢຸດຊະງັກເພາະສົງຄາມອີກຄັ້ງແລ້ວ ໄດ້ສ້າງຄວາມຫວັງໃນວິກິດອາຫານຂາດແຄນເຊິ່ງກຳລັງເກີດຂື້ນໃນຫຼາຍພື້ນທີ່ທົ່ວໂລກຈະບັນເທົາລົງເທື່ອລະໜ້ອຍ


ຂໍ້ຕົກລົງກ່າວເປັນຜົນຈາກການເຈລະຈາດົນເກືອບ 2ເດືອນ ໂດຍມີສະຫະປະຊາຊາດແລະຕຸລະກີເປັນຕົວກາງ ປະກອບດ້ວຍຊຸດທີ່ຈະຟື້ນຟູການສົ່ງອອກທັນຍາພືດຂອງຢູເຄຼນ ແລະເຮັດໃຫ້ການຂົນສົ່ງທັນຍາພືດກັບປຸ໊ຍຂອງຣັດເຊຍທາງເຮືອເຮັດໄດ້ງ່າຍຂື້ນ ທ່າມກາງການຂວ້ຳບາດຢ່າງໜັກຈາກຊາດຕາເວັນຕົກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page