ສະຫະລັດຢືນຢັນໃຫ້ຄວາມຊ່ວຍເຫຼືອທາງທະຫານເພີ່ມແກ່ຢູເຄຼນຊີ້ສັນຕິພາບຍັງຫ່າງໄກ
ສະຫະລັດສັນຍາທີ່ຈະໃຫ້ການສະໜັບສະໜູນດ້ານການທະຫານເພີ່ມຂື້ນແກ່ຢູເຄຼນລວມເຖິງໂດນ ແລະກຳລັງຈະພິຈາລະນາວ່າຈະສົ່ງເຄື່ອງບິນຮົບໃຫ້ກັບຢູເຄຼນພ້ອມຫຼືບໍ ໃນຂະນະທີ່ການສູ້ຮົບໃນພາກຕາເວັນອອກຂອງຢູເຄຼນດຳເນີນມາເປັນເວລາ 5ເດືອນແລ້ວຫຼັງຈາກຣັດເຊຍເປີດສາກບຸກໂຈມຕີຢູເຄຼນໃນເດືອນກຸມພາທີ່ຜ່ານມາ
ຣັດເຊຍແລະຢູເຄຼນໄດ້ລົງນາມໃນຂໍ້ຕົກລົງເພື່ອປົດລັອກການສົ່ງອອກທັນຍາພືດຈາກທ່າເຮືອໃນທະເລດຳ ແນວໃດກໍຕາມຜູ້ເແທນຂອງສອງປະເທດປະຕິເສດທີ່ຈະນັ່ງຮ່ວມໂຕະດຽວກັນແລະຫຼີກລ່ຽງການຈັບມືກັນໃນພິທີລົງນາມຂໍ້ຕົກລົງໃນເມືອງອິດຕັນບູຂອງຕຸຣະກີ ເຊິ່ງສະທ້ອນເຖິງຄວາມເປັນສັດຕູກັນ
ເຊິ່ງການລາຍງານວ່າ ປະທານາທິບໍດີໂວໂລດີເມຍ ເຊເລນສະກີ ຂອງຢູເຄຼນຍິນດີກັບການທຳຂໍ້ຕົກລົງເພື່ອສົ່ງອອກທັນຍາພືດມູນຄ່າເກືອບ 1ໝື່ນລ້ານໂດລາ ເຊິ່ງຈຳເປັນຕໍ່ການບັນເທົາວິກິດດ້ານອາຫານ ແຕ່ໃນດ້ານສົງຄາມນັ້ນເຂົາກ່າວວ່າອາດຈະບໍ່ມີການຢຸດຍິງນອກຈາກວ່າຈະໄດ້ດິນແດນທີ່ເສຍໄປກັບຄືນມາ