ໂປແລນຈະຊື້ຍົນຮົບແລະລົດຖັງຈາກເກົາຫຼີໃຕ້ເສີມກຳລັງກອງທັບ

ໂປແລນຈະຊື້ຍົນຮົບແລະລົດຖັງຈາກເກົາຫຼີໃຕ້ເສີມກຳລັງກອງທັບ


ມາຣິອຸ ບາແຊກ ລັດຖະມົນຕີກະຊວງປ້ອງກັນປະເທດໂປແລນໄດ້ເປີດເຜີຍວ່າ ໂປແລນກຽມຊື້ຍົນຮົບລຸ່ນ FA-50ຈຳນວນ 48ລຳ,ລົດຖັງ K2 Black Panther ຈຳນວນ 180ຄັນ ແລະ ປືນຄົກຈາກເກົາຫຼີິໃຕ້


ຂະນະທີ່ໂປແລນເລັ່ງເສີມກຳລັງກອງທັບ ອັນເນື່ອງມາຈາກການເຮັດສົງຄາມໃນຢູເຄຼນ ຈາກການລາຍງານວ່າ ການຮຸກຮານຢູເຄຼນທີ່ເກີດຂື້ນ ທີ່ຜ່່ານມາເຊິ່ງຣັດເຊຍເອີ້ນວ່າເປັນ “ ປະຕິບັດການທາງທະຫານພິເສດ”

ນັ້ນໄດ້ກໍ່ໃຫ້ເກີດຄວາມກັງວົນດ້ານຄວາມປອດໄພໃນຫຼາຍປະເທດ ທີ່ເຄີຍເປັນອາດີດປະເທດຢູໂຣບຕາເວັນອອກ ແລະໂປແລນເຊິ່ງເປັນສະມາຊິກນາໂຕນັ້ນ ໄດ້ໃຫ້ຄຳໝັ່ນສັນຍາວ່າຈະເພີ່ມການໃຊ້ຈ່າຍດ້ານການປ້ອງກັນປະເທດເປັນ 3% ຂອງຜະລິດຕະພັນສ່ວນລວມພາຍໃນປະເທດ (GDP) ແລະເສີມກຳລັງກອງທັບເປັນສອງເທົ່າເພື່ອປ້ອງກັນການໂຈມຕີຕ່າງໆ

Leave a Reply

Your email address will not be published. Required fields are marked *

You cannot copy content of this page