7 ສິ່ງດີໆຈະເກີດຂື້ນເມື່ອເຮົາໃຊ້ຊີວິດຄົນດຽວໄດ້

ທຳມະຊາດຂອງຄົນເຮົາຫຼີກລ່ຽງການຢູ່ຄົນດຽວມາໂດຍຕະຫຼອດເຮົາຖືກແວດລ້ອມໄປດ້ວຍສັງຄົມ ບໍ່ວ່າຈະເປັນຄອບຄົວ ສະຖາບັນການສຶກສາຫຼືບ່ອນເຮັດວຽກ ເທັກໂນໂລຢີ Social network ຕ່າງໆ ກໍເຮັດໃຫ້ເວລາໃນການຢູ່ຄົນດຽວນັ້ນໜ້ອຍລົງໄປອີກ.

ການຢູ່ຄົນດຽວໄດ້ຢ່າງມີຄວາມສຸກຄືປະສົບການທີ່ຂາດຫາຍໄປຂອງຄົນສະໄໝນີ້ແລະ 10ປະໂຫຍກຕໍ່ໄປນີ້ຄາດບໍ່ເຖິງເມື່ອເຮົາຮຽນຮູ້ທີ່ຈະຢູ່ຄົນດຽວຢ່າງມີຄວາມສຸກ
1.ເຮົາຈະຢຸດເບິ່ງຫາການຍອມຮັບ: ເຮົາມັກຕ້ອງອາໄສການຍອມຮັບ ການເຫັນພ້ອມຈາກຄົນຮອບຂ້າງກ່ອນທີ່ເຮົາຈະເລີ່ມຕົ້ນລົງມືເຮັດສິ່ງໃດທີ່ເຮົາຢູ່ກັບຕົນເອງໄດ້ເຮົາຈະຮຽນຮູ້ທີ່ຈະເຊື່ອສັນຊາດຕາຍານຂອງຕົນເອງ


2.ເຮົາບໍ່ຕ້ອງຂໍໂທດກັບສິ່ງໃດ: ຫຼາຍຄັ້ງທີ່ເຮົາຕ້ອງຂໍໂທດຈາກການທຳຮ້າຍຄວາມຮູ້ສຶກຂອງຄົນອື່ນເມື່ອເຮົາຢູາຄົນດຽວເຮົາຈະບໍ່ຕ້ອງພິຈາລະນາທຸກຄຳເວົ້າທີ່ອອກຈາກປາກຫຼືຕ້ອງລະວັງການກະທຳທີ່ດີບໍ່
3.ເຮົາບໍ່ຕ້ອງພະຍາຍາມເຮັດໃຫ້ຄົນອື່ນມີຄວາມສຸກຕະຫຼອດເວລາ: ເມື່ອເຮົາຢູ່ຄົນດຽວຄົນທີ່ເຮົາຕ້ອງເປັນຫ່ວງກໍຄືຕົວເຮົາເອງເຮົາສາມາດເຮັດໃນສິ່ງທີ່ມີຄວາມສຸກ ແຕ່ຄົນອື່ນບໍ່ມັກໄດ້


4.ເຮົາເປັນອິດສະຫຼະຫຼາຍຂື້ນ: ເຮົາໝັ່ນໃຈໃນຄວາມສາມາດຂອງເຮົາຈະບໍ່ກັງວົນຮູ້ສຶກວ່າເຮົາຈະບໍ່ມີໃຜຢູ່ນຳອີກຕໍ່ໄປ
5.ເຮົາຈະມີຄວາມສຸກໃນຄວາມສຳພັນຫຼາຍຂື້ນ: ເວລາທີ່ຢູ່ຄົນດຽວຊ່ວຍໃຫ້ເຮົາເຫັນຄຸນຄ່າແລະຊື່ນຊົມຕົວເອງເຊິ່ງຈະເຮັດໃຫ້ເຮົາເຫັນຄຸນຄ່າໃນຄວາມສຳພັນກັບຄົນອື່ນທີ່ເຮົາບໍ່ເຄີຍເຫັນເລີຍ.


6.ເຮົາຈະມີປະສິດທິພາບຫຼາຍຂື້ນ: ສ່ວນຫຼາຍການຢູ່ກັບຄົນອື່ນດືງສະມາທິເຮົາອອກຈາກເຮັດທີ່ເຮົາເຮັດກຳລັງເຮັດສັງເກດເບິ່ງວ່າເຮົາມີປະສິດທິພາບສູງສ່ວນໃຫຍ່ເປັນເວລາທີ່ເຮົາຢູ່ຄົນດຽວເພາະເຮົາມີສິ່ງລົບກວນຈາກການເຮັດວຽກເລັກໜ້ອຍ.
7.ເຮົາຈະໄດ້ເຮັດສິ່ງທີ່ເຮົາຕ້ອງການແທ້ໆ: ເວລາຢູ່ເປັນກຸ່ມເຮົາມັກເລືອກທາງສາຍກາງທີ່ເຮັດໃຫ້ເຮົາໂແເຄຫຼາຍທີ່ສຸດແຕ່ບາງທີ່ສິ່ງທີ່ຄົນສ່ວນໃຫຍ່ພໍໃຈບໍ່ແມ່ນສິ່ງທີ່ເຮົາຕ້ອງການແທ້ໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page