ຣັດເຊຍຍິງລູກສອນໄຟ 13ລູກຖະຫຼົ່ມໃສ່ພາກກາງຂອງຢູເຄຼນ ມີຜູ້ບາດເຈັບ-ເສຍຊີວິດຈຳນວນຫຼາຍ

ຣັດເຊຍຍິງລູກສອນໄຟ 13ລູກຖະຫຼົ່ມໃສ່ພາກກາງຂອງຢູເຄຼນ ມີຜູ້ບາດເຈັບ-ເສຍຊີວິດຈຳນວນຫຼາຍ


ຜູ້ວ່າການແຂວງຂອງຢູເຄຼນໄດ້ເປີດເຜີຍວ່າ ຣັດເຊຍຍິງລູກສອນໄຟ 13ລູກໂຈມຕີວະໜາມບິນທະຫານແລະໂຄງສ້າງພື້ນຖານທາງລົດໄຟໃນເຂດຄິໂຣຮອນຣາດ ເຊິ່ງຢູ່ໃນພາກກາງຂອງຢູເຄຼນ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລະບາດເຈັບຈຳນວນຫຼາຍ

ມີການລາຍງານວ່າ ທ່ານອັນດີ ໄຣໂຄວິ ຜູ້ວ່າລາດຊະການແຂວງໄດ້ເປີດເຜີຍວ່າ ທີມກູ້ໄພກຳລັງປະຕິບັດການຊ່ວຍເຫຼືອໃນພື້ນທີ່ເຊິ່ງໄດ້ຮັບຜົນກະທົບແລະເຂດໜ້ອຍໆແຫ່ງໜື່ງຂອງເມືອງຄໍປິນິສະກີ ເຊິ່ງເປັນເມືອງຫຼວງຂອງເຂດຄິໂຣຮອນຣາດໄດ້ຖຶກໂຈມຕີ ຈົນສົ່ງຜົນໃຫ້ປະຊາຊົນບໍ່ມີໄຟຟ້າໃຊ້.


ດ້ານໜ່ວຍຂ່າວກອງ ຂອງກອງທັບອັງກິດເປີດເຜີຍວ່າການສູ້ຮົບຢ່າງໜັກໄດ້ເກີດຂື້ນໃນຊ່ວງ 48ຊົ່ວໂມງທີ່ຜ່ານມາ ໃນຂະນະທີ່ກອງກຳລັງຢູເຄຼນກໍຍັງສູ້ຮົບກັບກອງທັບຣັດເຊຍໃນແຂວງເຄີຊອນທາງຕາເວັນຕົກຂອງແມ່ນ້ຳນິໂປຼ
ກະຊວງປ້ອງກັນຂອງສະຫະລາດຊະອານາຈັກເປີດເຜີຍວ່າກອງກຳລັງຣັດເຊຍກຳລັງໃຊ້ປືນໃຫຍ່ຍິງໄປຕາມແມ່ນ້ຳອິນກູເລດ ເຊິ່ງເປັນລຳນ້ຳສາຂາຂອງແມ່ນ້ຳນິໂປຼ “ ສະບຽງຂອງກອງກຳລັງຣັດເຊຍທາງຕາເວັນຕົກຂອງແມ່ນ້ຳມີຄວາມສ່ຽງຫຼາຍຂື້ນ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page