ຈີນເຕືອນສະຫະລັດ ລະວັງພົບໄມ້ແຂງຫາກປະທານລັດທະສະພາຢ້ຽມໄຕ້ຫວັນ

ຈີນເຕືອນສະຫະລັດ ລະວັງພົບໄມ້ແຂງຫາກປະທານລັດທະສະພາຢ້ຽມໄຕ້ຫວັນ


ທ່ານຈ້າວ ລີ່ຈຽນ ໂຄສົກກະຊວງການຕ່າງປະເທດຂອງຈີນ ກ່າວເຕືອນວ່າລັດຖະບານຈີນໃຊ້ມາດຕາການຮຸນແຮງຫາກທ່ານນາງແນນຊີ ເພໂລຊີ ປະທານສະພາຜູ້ແທນຕ່າງໜ້າສະຫະລັດຢ້ຽມໃຕ້ຫວັນ


ຄຳເຕືອນນີ້ມີຂື້ນຫຼັງຈາກສຳນັກຂ່າວດ້ານການເງີນມີຮການລາຍງານວ່າ ທ່ານນາງເພໂລຊີ ອາດຈະເດີນທາງໄປເຢືອນໄຕ້ຫວັນຫຼັງຈາກເລື່ອນມາຕັ້ງແຕ່ເດືອນເມສາເພາະປ່ວຍໂຄວິດ-19


ຈາກແຫຼ່ງຂ່າວມີການເປີດເຜີຍວ່າຊ່ວງເວລາດັ່ງກ່າວ ປະທານສະພາຜູ້ແທນຕ່າງໜ້າສະຫະລັດແລະຂະນະເຮັດວຽກມີກຳໜົດເຢືອນອິນໂດເນເຊຍ ຢີ່ປຸ່ນ,ມາເລເຊຍແລະສິງກະໂປ ທັງຍັງມີກຳນົດເຢືອນສູນບັນຊາການເຂດອາຊີປາຊີຟິກຂອງສະຫະລັດໃນລັດຮາວາຍດ້ວຍ


ທ່ານຈ້າວກ່າວວ່າ ການເຢືອນໄຕ້ຫວັນຂອງນາງເພໂລຊີຈະລະເມີດອະທິປະໄຕແລະບູນະພາບເໜືອດິນແດນຂອງຈີນຢ່າງຮ້າຍແຮງ “ ຖ້າຝ່າຍສະຫະລັດຍັງເຮັດຕາມກຳນົດນີ້ ຈີນຈະໃຊ້ມາດຕາການທີ່ເດັດຂາດແລະຮຸນແຮງເພື່ອປົກປ້ອງປະເທດຊາດລະເໜືຶອດິນແດນຂອງເຮົາຢ່າງບໍ່ຫຼຸດລົງ” ທ່ານຈ້າວກ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page