ສະຫະພາບຢູໂຣບ(ອີຢູ) ຈຳເປັນຕ້ອງມີຍຸທະສາດໃໝ່ໃນສົງຄາມຢູເຄຼນ ເນື່ອງຈາກມາດຕາການຂວ້ຳບາດລົງໂທດຣັດເຊຍບໍ່ໄດ້ຜົນ ຈາກຄຳເຕືອນຂອງວິດເຕີ ອໍບານ ນາຍົກລັດຖະມົນຕີຮົງກາລີ ພ້ອມຮຽກຮ້ອງມອສໂກແລະວໍຊິງຕັນເປີດເຈລະຈາກັນໂດຍກົງເພື່ອຫາທາງຍຸຕິສົງຄາມ.
“ຍຸດທະສາດໃໝ່ມີຄວາມຈຳເປັນ ເຊິ່ງຄວນມຸ່ງເນັ້ນໄປທີ່ການເຈລະຈາສັນຕິພາບແລະຮ່າງຂໍ້ສະເໜີສັນຕິພາບທີ່ດີ ແມນມຸ່ງເນັ້ນເອົາຊະນະສົງຄາມ” ອໍບານກ່າວລະຫວ່າງປະລາໄຊໃນໂຣມາເນຍ
ອໍບານ ເຊິ່ງໄດ້ຮັບເລືອກຕັ້ງກັບມາດຳລົງຕຳແໜ່ງເປັນສະໄໝທີ 4 ເນັ້ນຢໍ້າວ່າ ຮົງກາລີ ເຊິ່ງເປັນສະມາຊິກນາໂຕ ຈະບໍ່ເຂົ້າຍຸ້ງກ່ຽວກັບສົງຄາມໃນປະເທດເພື່່ອນບ້ານຢ່າງຢູເຄຼນ
ເຂົາກຳລັງປະເຊີນກັບຄວາມທ້າທາຍໜັກໜ່ວງທີ່ສຸດນັບຕັ້ງແຕ່ກ້າວສູ່ອຳນາດໃນປີ 2021 ທັງດ້ານເງີນເຟີ້ທີ່ພຸ່ງທະຍານສູ່ເລກ 20ຫຼັກ ສະກຸນເງີນໂຟຣິນອ່ອນຄ່າ ແລະ ຍັງຄົງຖ້າເງີນທືນຈາກອີຢູທ່າມກາງປະເດັນພິພາກກັບບັດເຊວກ່ຽວກັບມາດຕາຖານຄວາມເປັນປະຊາທິປະໄຕ.