ຈີນສົ່ງສຽງເຕືອນລັບໆ ຢ່າງແຂງເຖິງລັດຖະບານສະຫະລັດ ຂອງປະທານາທິບໍດີໂຈ ໄບເດັນ ກ່ຽວກັບຄວາມເປັນໄປໄດ້ທີ່ທ່ານນາງເນນຊີ ເປໂລຊີ ປະທານສະພາຜູ້ແທນຜູ້ຕາງໜ້າອາເມລິກາ ອາດເດີນທາງເຢືອນໄຕ້ຫວັນໃນເດືອນສິງຫາ ໂດຍບົ່ງຊີ້ວ່າອາດເຖິງຂັ້ນຕອບໂຕ້ທາງທະຫານ ຕາມລາຍງາຍຂອງໜັງສືພິມ
ຈາກການອ້ງອີງຂອງຈີນລະບຸວ່າ ມັນເປັນຄຳເຕືອນທີ່ແຂງຫຼາຍກັບຄຳຂູ່ທີ່ຜ່ານມາຂອງຈີນ ໃນແຕ່ລະຄັ້ງທີ່ພວກເຂົາຮູ້ສຶກບໍ່ພໍໃຈກັບຄວາມເຄື່ອນໄຫວຕ່າງໆ ຂອງສະຫະລັດຫຼືນະໂຍບາຍກ່ຽວກັບໄຕ້ຫວັນ ເຊິ່ງຈີນອ້າງວ່າເປັນສ່ວນໜື່ງຂອງດິນແດນ ແລະໃນຖ້ອຍຄຳຂອງຄຳເຕືອນນີ້ ບົ່ງຊີ້ເຖິງຄວາມເປັນໄປໄດ້ຂອງການຕອບໂຕ້ທາງທະຫານ.
ສະພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວແລະກະຊວງການຕ່າງປະເທດສະຫະລັດ ປະຕິເສດສະແດງຄວາມຄິດເຫັນຕໍ່ລາຍງານດັ່ງກ່າວ.
ຈີນຍົກລະດັບຄວາມເຄື່ອນໄຫວທາງທະຫານບໍລິເວນໃກ້ຄຽງໄຕ້ຫວັນໃນການຫາທາງກົດດັນລັດຖະບານທີ່ມາຈາກການເລືອກຕັ້ງຕາມລະບອບປະຊາທິປະໄຕຂອງເກາະແຫ່ງນີ ໃຫ້ຍອມຮັບອຳນາດອະທິປະໄຕຂອງຈີນ
ແນວໃດກໍຕາມລັດຖະບານໄຕ້ຫວັນປະກາດກ້າວວ່າມີພຽງປະຊາຊົນ 23ລ້ານຄົນຂອງເກາະທີ່ຈະເປັນຜູ້ຕັດສິນໃຈອານາຄົດຂອງຕົນເອງແລະບອກວ່າເຖິງພວກເຂົາຕ້ອງການສັນຕິພາບ ແຕ່ກໍຈະປົກປ້ອງຕົນເອງຫາກຖືກໂຈມຕີ.