7 ສິ່ງທີ່ຜູ້ຍິງຄວນເຮັດກ່ອນອາຍຸ 30ອານາຄົດຈະມີຄວາມສຸກບໍ່ລຳບາກ

7 ສິ່ງທີ່ຜູ້ຍິງຄວນເຮັດກ່ອນອາຍຸ 30ອານາຄົດຈະມີຄວາມສຸກບໍ່ລຳບາກ


1.ທ້ອງທ່ຽວໃຫ້ພໍ: ສິ່ງທີ່ຄວນເຮັດກ່ອນອາຍຸ 30ນັ້ນຄືການທ້ອງທ່ຽວນັ້ນເອງ ເພາະມັນຈະຊ່ວຍເປີດໂລຳໃຫ້ເຮົາໄດ້ເຫັນສິ່ງຕ່າງໆຫຼາຍຂື້ນ ໄດ້ເຂົ້າໄປຮຽນຮູ້ວັດທະນະທຳທີ່ແຕກຕ່າງຂອງແຕ່ລະບ່ອນ ແຖມຍັງໄດ້ເຫັນຄວາມງົດງາມຂອງໂລກໃບນີ້ວ່າມັນມະຫັດສະຈັນສ່ຳໃດ.


2.ແບ່ງເງີນໄວ້ເກັບສ່ວນໜື່ງ ອີກສ່ວນໜື່ງໄວໃຊ້ຕາມໃຈ: ການຈັດສັນເລື່ອງເງີນໃຫ້ດີ ເຮົາຄວນຈະແບ່ງເງີນສ່ວນໜື່ງເກັບເອົາໄວ້ໃຊ້ຍາມສຸກເສີນຫຼືຕໍ່ຍອດໃນອານາຄົດ ອີກສ່ວນໜື່ງກໍເອົາໄປຊື້ປະສົບການໃໝ່ໆໃຫ້ກັບຕົນເອງເຊັ່ນ:ການທ້ອງທ່ຽວຊື້ນສິ່ງທີ່ຢາກໄດ້,ກີນອາຫານທີ່ຢາກກິນ ພຽງເທົ່ານີ້ເຮົາກໍຮູ້ສຶກມີຄວາມສຸກກັບການໃຊ້ຊີວິດແລ້ວ.


3.ເຮັດຕາມຄວາມຝັນຫຼືເຮັດໃນສິ່ງທີ່ມມັກ: ບາງຄົນກໍອາດມັກໃນການເຮັດເຂົ້າໜົມກໍໄປຮຽນເຮັດເຂົ້າໜົມ ຫຼືສິ່ງໃດກໍຕາມທີ່ເຮັດໃຫ້ເຮົາຢາກເປັນຢາກເຮັດຈະໄດ້ບໍ່ເສຍໃຈໃນຕອນນັ້ນວ່າເຮົາບໍ່ໄດ້ເຮັດສິ່ງທີ້ເຮົາຮັກ ລອງເຮັດຍັງດີກວ່າບໍ່ໄດ້ລອງ


4.ໃຊ້ເວລາຮຽນຮູ້ເລື່ອງຄວາມຮັກໃຫ້ພໍ: ຫາກໃຜທີ່ຍັງໂສດສາມາດເລືອກໄດ້ຈົນກວ່າຈະພໍໃຈ ອອກໄປເດດແລະໄປຮຽນຮູ້ຜູ້ຊາຍທີ່ເຮົາຄິດວ່າຈະໃຊ້ຊີວິດຄູ່ນຳ ຄ່ອຍໆເລືອກບໍ່ຕ້ອງຮີບຮ້ອນເພາະຖ້າເລືອກຜິດຂື້ນມາມັນເຮັດໃຫ້ຊີວິດປ່ຽນໄດ້ເລີຍ


5.ຫາຄວາມຮູ້ໃສ່ຕົວຢູ່ສະເໜີ: ບໍ່ວ່າຈະເປັນເລື່ອງກ່ຽວກັບວຽກງານຫຼືເລື່ອງທົ່ວໄປ ຫາກວ່າມີຄວາມຮູ້ຮອບດ້ານເຮົາບໍ່ຈຳເປັນຕ້ອງເພີ່ງຄົນອື່ນກໍໄດ້ ເພາະເຮົາຄືສາວເກັ່ງທີ່ສາມາດເບິ່ງແຍງຕົນເອງແລະຈັດການກັບສິ່ງຕ່າງໆໄດ້ ບັນຫາເຂົ້າມາຫຼາກຫຼາຍເທົ່າໃດກໍບໍ່ຫວັ່ນ


6.ຄວນເບິ່ງແຍງສຸຂະພາບຂອງຕົນເອງ: ບໍ່ຄວນປ່ອຍປະໃນເລື່ອງສຸຂະພາບເດັດຂາດເພາະເຮົາແກ່ລົງສຸຂະພາບກໍຍິ່ງຕໍ່າລົງໄປທຸກມ໊ ທາງທີ່ດີຄວນເບິ່່ງແຍງຕົນເອງສະໝໍ່າສະເໝີດ້ວຍການກິນອາຫານທີ່ມີປະໂຫຍດອອກກຳລັງກາຍຢ່າງສະໝໍ່າສະເໝີ.


7.ໃຊ້ເວລາກັບຄອບຄົວແລະໝູ່ເພື່ອນໃຫ້ຫຼາຍທີ່ສຸດ: ເພາະເຮົາບໍ່ຮູ້ວ່າມື້ໃດເປັນມື້ສຸດທ້າຍຂອງຊີວິດຫຼືຄົນທີ່ເຮົາຮັກເຮັດສິ່ງດີໆ ໃຫ້ກັນກ່ອນສາຍເກີນໄປຈະດີກວ່າ ພໍ່ແມ່ແກ່ຕົວລົງທຸກມື້ເພາະດັ່ງນັ້ນຖ້າເຮົາຮັກທ່ານກໍເຮັດດີກັບທ່ານໃຫ້ຫຼາຍໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page