ໜ້າເປັນຫ່ວງ! ສະຫະລັດກັງວົນຄວາມປອດໄພປະທານາທິບໍດີຢູເຄຼນ


ເຈກ ຊົວລິແວນ ທີ່ປຶກສາດ້ານຄວາມໝັ່ນຄົງແຫ່ງຊາດສະຫະລັດ ລະບຸວ່າ ວໍຊິງຕັນມີຄວາມກັງວົນກ່ຽວກັບຄວາມປອດໄພສ່ວນຕົວຂອງປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນ ພ້ອມເຜີຍວ່າວໍຊິງຕັນກຳລັງໃຫ້ຄວາມຊ່ວຍເຫຼືອດ້ານຄວາມປອດໄພແກ່ເຊເລນ


“ ຄວາມປອດໄພສ່ວນບຸກຄົນຂອງປະທານາທິບໍດີເຊດເລນສະກີ ເປັນບາງຢ່າງທີ່້ເຮົາກັງວົນ” ຊົວລິແວນ ກ່າວ “ ນີ້ຄືຜູ້ນຳໃນຊ່ວງເວລາສົງຄາມ ຮັບມືກັບສັດຕູທ່ານໜື່ງໃນຣັດເຊຍທີ່ໂຫດຮ້າຍ,ປ່າເຖື່ອນ ແລະ ສາມາດເຮັດໄດ້ທຸກຢ່າງ”
“ ປະທານາທິບໍດີເຊເລນສະກີ ໃຊ້ມາດຕະການຕ່າງໆ ທີ່ຄາດຫວັງວ່າຈະສາມາດປົກປ້ອງຕົນເອງແລະເວລານີ້ສະຫະລັດ ກຳລັງຊ່ວຍເຫຼືອສະໜັບສະໜູນຄວາມປອດໄພຂອງຜູ້ນຳຢູເຄຼນ”


ສະຫະລັດເຄີຍສະເໜີອົບພະບົບເຊເລນສະກີອອກຈາກກຣຸງຄຽບ ຄັ້ງທີ່ຣັດເຊຍເປີດປະຕິບັດການທາງທະຫານຮຸກຮານຢູເຄຼນໃນເດຶືອນກຸມພາ ແນວໃດກໍຕາມ ເຊເລນສະກີ ປະຕິເສດຮັບຂໍ້ສະເໜີດັ່ງກ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page