ຣັດເຊຍກັບລຳຍອມຮັບໂຈມຕີທ່າເຮືອແຫ່ງໜື່ງຂອງຢູເຄຼນ

ຣັດເຊຍກັບລຳຍອມຮັບໂຈມຕີທ່າເຮືອແຫ່ງໜື່ງຂອງຢູເຄຼນ

ຣັດເຊຍອອກມາຍອມຮັບຍິງລູກສອນໄຟໃສ່ທ່າເຮືອແຫ່ງໜື່ງຂອງຢູເຄູນ ເຊ່ງມີຄວາມສຳຄັນຢ່າງຍິ່ງກັບຂໍ້ຕົກລົງສົ່ງອອກທັນຍາພືດທີ່ຫາກໍລົງນາມໄປ ແຕ່ຊີ້ແຈງມີເປົ້າໝາຍຄືຖະຫຼົ່ມໂຄງສ້າງພື້ນຖານທາງທະຫານທີ່ຢູ່ບໍລິເວນທ່າເຮືອດັ່ງກ່າວ ຫຼັງຈາກປະຕິບັດການໂຈມຕີຄັ້ງນີ້ຮຽກສຽງປະນາມຢ່າງດຸເດືອດຈາກຢູເຄຼນແລະພັນທະມິດ


ປະທານາທິບໍດີໂວໂລິມີ ເຊເລນສະກີ ແຫ່ງຢູເຄຼນ ປະນາມການໂຈມຕີທ່າເຮືອໂແເດຊາວ່າເປັນຄວາມປ່າເຖື່ອນໄຮ້ສິນລະທຳຂອງຣັດເຊຍ ດ້ວຍທີ່ເກີດຂື້ນພຽງໜື່ງມື້ຫຼັງຈາກທ່າເຮືອຕ່າງໆ ແຄມທະເລດຳຂອງຢູເຄຼນ


ເບື້ອງຕົ້ນຕຸຣະກີເຊິ່ງຊ່ວຍເປັນຄົນກາງເຈລະຈາຂໍ້ຕົກລົງດັ່ງກ່າວ ຫຼັງຈາກເຫດໂຈມຕີດ້ວຍຂີປະນາວຸດ 2ລູກ ພວກເຂົາໄດ້ີຮັບປະກັນຈາກມອສໂກວ່າກອງກຳລັງຣັດເຊຍບໍ່ໄດ້ຢູ່ເບື້ອງຫຼັງເຫດໂຈມຕີນີ້.
ແນວໃດກໍຕາມລ່າສຸດ ມາເຣຍ ຊາຄາໂຣວາໂຂສົກກະຊວງການຕ່າງປະເທດ ຣັດເຊຍ ເບິ່ງຄືຈະກັບລໍາຄໍາປະຕິເສດດັ່ງກ່າວໂດຍບອກວ່າປະຕິບັດການໂຈມຕີນັ້ນໄດ້ເຮັດໃຫ້ທຳລາຍເຮືອຮົບຢູເຄຼນລໍາໜື່ງ

Leave a Reply

Your email address will not be published. Required fields are marked *

You cannot copy content of this page