ມອສໂກບໍ່ໄດ້ຮຽກຮ້ອງຂໍໃຫ້ຍົກເລີກມາດຕາການຂວ້ຳບາດ ພ້ອມເລັ່ງໃຫ້ບັນດາປະເທດຕາເວັນຕົກແກ້ໄຂບັນຫາທີ່ພວກເຂົາກໍ່ຂື້ນມາເອງໃນຕະຫຼາດອາຫານໂລກ ຈາກຄຳກ່າວຂອງເຊີເກ ລາຣັອບ ລັດຖະມົນຕີຕ່າງປະເທດຣັດເຊຍ
“ ບໍ່ໄດ້ຂໍໃຫ້ຍົກເລີກມາດຕາການຂວ້ຳບາດບັນຫາຕ່າງໆເຫຼົ່ານີຄວນໄດ້ຮັບການຈັດການແຍກກັນເວລານີ້ເຮົາພຽງພັດທະນາເສດຖະກິີດຂອງເຮົາ ໂດຍການເພິ່ງພາຄູ່ທີ່ໄວ້ວາງໃຈໄດ້ແລະບໍ່ແມ່ນກັບໃຜກໍຕາມທີ່ພິສູດອີກຄົ້ງວ່າພວກເຂົາໄດ້ຮັບສັກກາຍະພາບໂດຍສິ້ນເຊີງ”
“ເມືອເວົ້າເຖິງເລື່ອງອາຫານ ສະຫາຍຕາເວັນຕົກເຮົາຄວນຮື້ຖອນອຸປະສັກຕ່າງໆ ທີ່ພວກເຂົາສ້າງຂື້ນມາເອງ” ລັດຖະມົນຕີຕ່າງປະເທດຣັດເຊຍກ່າວ ຫຼັງຈາກເວົ້າກັບລັດຖະມົນຕີຕ່າງປະເທດຂອງອີຢິບໃນອີຢິບ
ເຂົາເນັ້ນຢໍ້າວ່າມອສໂກບໍ່ເຫັນພ້ອມໃນຂໍ້ຕົກລົງສຳລັບຍົກເລີກການສົ່ງອອກທັນຍາພືດຂອງຢູເຄຼນຈາກທ່າເຮືອຕ່າງໆ ແຄມທະເລດຳ ຫາກວ່າປະເດັນການຍົກເລີກການສົ່ງອອກຂອງຣັດເຊຍເອງບໍ່ໄດ້ຮັບການຜ່ອນ ເວລານີ້ມອສໂກຄາດຫວັງວ່າສະຫະປະຊາຊາດຈະຍືດໝັ່ນຄຳສັນຍາແລະຊ່ວຍເຫຼືອຮື້ຖອນຂໍ້ຈຳກັດຕ່າງໆ ທີ່ເປັນຕົວສະກັດກັ້ນການສົ່ງອອກທັນຍາພືດຂອງຣັດເຊຍ.