ຜູ້ແທນທູດສູງສຸດຂອງຣັດເຊຍ ປະກາດວ່າເປົ້າໝາຍສໍາຄັນເໜືອສິ່ງອື່ນໃດຂອງມອສໂກໃນຢູເຄຼນຄື ປົດປ່ອຍປະຊາຊົນຈາກ ” ລັດຖະບານທີ່ບໍ່ອາດຍອມຮັບໄດ້” ໃນການເປີດເຜີຍເຖິງເປົ້າໝາຍສົງຄາມຂອງເຄຼມລິນຢ່າງຊັດເຈນທີ່ສຸດ ໃນຂະນະທີ່ກອງກໍາລັງຂອງພວກເຂົາກໍາລັງລະດົມຍິງປືນໃຫຍ່ແລະໂຈມຕີທາງອາກາດຖະຫຼົ່ມປະເທດເພື່ອນບ້ານແຫ່ງນິ້ຢ່າງໜັກ
ຄໍາເວົ້າຂອງເຊເກ ລາຣອບ ລັດຖະມົນຕີຕ່າງປະເທດຣັດເຊຍ ເກີດຂື້ນທ່າມກາງຄວາມພະຍາຍາມຂອງ ຢູເຄຼນ ໃນການກັບມາສົ່ງອອກທັນຍາພືດຈາກທ່າເຮືອຕ່າງໆ ແຄມທະເລດໍາທບາງຢ່າງທີ່ຊ່ວຍຜ່ອນຜັນວິກິດໂລກຂາດແຄນອາຫານພາຍໃຕ້ຂໍ້ຕົກລົງໃໝ່ທີ່ເຫັນພ້ອມກັບຣັດເຊຍ ເຊິ່ງຂໍ້ຕົກລົງດັ່ງກ່າວຖຶກທົດສອບໃນທັນທີຈາກປະຕິບັດການຂອງຣັດເຊຍ ທີເລັງເປົ້າໝາຍໂຈມຕີທ່າເຮືອໂອເດຊາໃນຊ່ວງທີ່ຜ່ານມາ
ຫຼັງຈາກລົ້ມເຫຼວໃນຄວາມພະຍາຍາມຍືດພື້ນທີ່ສ່ວນໃຫຍ່ຂອງຢູເຄຼນນັບຕັ້ງແຕ່ເປີດສາກຮຸກຮານໃນຊ່ວງທ້າຍເດືອນກຸມພາ ເຈົ້າໜ້າທີ່ມອສໂກເນັ້ນມາຕະຫຼອດວ່າເປົ້າໝາຍຂອງການຮຸກຮານປະເທດເພື່ອນບ້ານທາງຕາເວັນຕົກ ຄືປົດປ່ອຍພວກກະບົດແບ່ງແຍກດິນແດນທີ່ເຄຼມລິນໃຫ້ການສະໜັບສະໜູນ ໃນເຂດອຸດສາຫະກໍາດອນບາສ ທາງພາກຕາເວັນອອກຂອງຢູເຄຼນ