ຢ່າຍອມ! ເຊເລນສະກີຍົວະຢູໂຣບຍົກລະດັບຂວ້ຳບາດ ແກ້ແຄ້ນສົງຄາມອາຍແກ໊ຊຂອງຣັດເຊຍ
ປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄູນ ຮຽກຮ້ອງຢູໂຣບແກ້ແຄ້ນ ສົງຄາມອາຍແກ໊ຊ ຂອງຣັດເຊຍດ້ວຍການຍົກລະດັບມາດຕາການຂວ້ຳບາດທີ່ກຳໜົດຫຼິ້ນງານມອສໂກ
“ສິ່ງທີ່ເຮົາໄດ້ຍິນໃນມື້ນີຄືຄຳຂູ່ຮອບໃໝ່ກ່ຽວກັບການຈ່າຍກ໊າຊສູ່ຢູໂຣບ ມັນຄືສົງຄາມອາຍແກ໊ຊຢ່າງເປີດເຜີຍທີ່ັ້ຣັດເຊຍກຳລັງເຮັດກັບຄວາມເປັນໜື່ງດຽວຂອງຢູໂຣບ” ເຊເລນສະກີກ່າວ
ກ່ອນໜ້ານີອາຍແກ໊ຊພອມເຜີຍວ່າຈະປັບຫຼຸດການສົ່ງມອບອາຍແກ໊ຊໄປຍັບງຢູໂຣບ ຜ່ານທໍ່ລຳລຽງນຶອດຕີມ ເຫຼືອພຽງ 33ລ້ານແມັດກ້ອນຕໍ່ມື້ ຫຼືປະມານ 20% ຂອງຄວາມຈຸ ເລີ່ມຕັ້ງແຕ່ 27ກໍລະກົດເປັນຕົ້ນໄປ
ຄຳຖະແຫຼງຂອງອາຍແກ້ຊພອມລະບຸວ່າ ຈຳເປັນຕ້ອງລະງັບປະຕິບັດການຂອງກັງຫັນແຜງແກ໊ຊ 1ໃນ2ຕົວສຸດທ້າຍ ສືບເນື່ອງຈາກສະພາບທາງເທັກນິກຂອງເຄື່ອງຍົນ ແນວໃດກໍຕາມທາງລັດຖະບານເຢຍລະມັນນີບອກວ່າພວກເຂົາບໍ່ເຫັນເຫດຜົນໃດໆ ສຳລັບການປັບຫຼຸເຈ່າຍອາຍບແກ໊ຊລ່າສຸດ.