ຄ່ອຍໆບີບEU! ຣັດເຊຍຫຼຸດຈ່າຍອາຍແກ໊ຊເຫຼືອພຽງ 20% ສໍ້ກັກເກັບບໍ່ທັນກ່ອນເຂົ້າລະດູໜາວ
ການສະໜອງອາຍແກ໊ຊທຳມະຊາດຂອງຣັດເຊຍທີ່ປ້ອນສູ່ຢູໂຣບຈະຖຶກຕັດທອນລົງໄປອີກ ແກ້ຊພອມລັດວິສາຫະກິດພະລັງງານຍັກໃຫຍ່ຂອງມອສໂກເປີດເຜີຍວ່າການສະໜອງອາຍແກ້ຊທີ່ສົ່ງຜ່ານທໍ່ລຳລຽງນອດຕີມ 1ໄປຍັງເຢຍລະມັນນີ ຈະຫຼຸດລົງເຫຼືອພຽງ 20% ຂອງຄວາມຈຸເຊິ່ງມັນອາດເຮັດໃຫ້ບັນດາປະເທດຕ່າງທໃນອີຢູຕ້ອງປະເຊີນຄວາມຍາກລຳບາກໃນການກັກຕຸນແກ໊ຊກ່ອນລະດູໜາວມາຮອດ
ແກ໊ຊພອມລະບຸວ່າກະແສອາຍແກ໊ຊຈະຫຼຸດລົງເຫຼືອ 33ລ້ານແມັດກ້ອນຕໍ່ມື້ ເລີ່ມຕັ້ງແຕ່ 4.00ຈີເອັມທີຫຼືເຄີ່ງໜື່ງຂອງລະດັບປະຈຸບັນທີ່ຫຼຸດລົງຈາກເກົ່າຢູ່ແລ້ວ ສືບເນື່ອງຈາກທາງບໍລິສັດຈຳເປັນຕ້ອງລະງັບປະຕິບັດການຂອງກັງຫັນແປງແກ໊ຊຕົວໜື່ງຂອງຊີເມນ ສະຖານີອັດແກ໊ຊທຳມະຊາດແຫ່ງໜື່ງ ຕາມຄຳສັ່ງຂອງໜ່ວຍງານເຝົ້າລະວັງທາງອຸດສາຫະກຳ
ເຢຍລະມັນລະບຸວ່າພວກເຂົາບໍ່ເຫັນເຫດຜົນທາງເທັກນິກສຳລັບການປັບຫຼຸດຈ່າຍອາຍແກ໊ຊລ່າສຸດ ເຊິ່ງເກີດຂື້ນໃນຂະນະທີ່ຣັດເຊຍແລະຕາເວັນຕົກຕ່າງກໍໄດ້ຮັບຄວາມເສຍຫາຍທາງເສດຖະກິດໃນການຕອບໂຕ້ກັນໄປມາ ອັນມີຕົ້ນຕໍມາຈາກສິ່ງທີ່ມອສໂກຮຽກວ່າປະຕິບັດການພິເສດດ້ານການທະຫານໃນຢູເຄຼນ.