ເຄຣມລິນລັ່ນ ການໂຈມຕີເມືອງໂອເດຊາບໍ່ສົ່ງຜົນກະທົບຕໍ່ການຕົກລົງຟື້ນການສົ່ງອອກທັນຍາພືດຂອງຢູເຄຼນ ຢືນຢັນຍິງຂີປະນາວຸດໃສ່ສະເພາະເຮືອຮົບຄຽບແລະຄັງລູກສອນໄຟຕໍ່ສູ້ເຮືອເຊິ່ງອາເມລິກາຈັດສົ່ງໃຫ້ຢູເຄຼນເທົ່ານັ້ນ
ດາມິທີ ເປຄອບ ໂຂສົກເຄຣມລິນຖະແຫຼງຕໍ່ຜູ້ສື່ຂ່າວຫຼື 2ວັນຫຼັງເກີດເຫດລູກສອນໄຟໂຈມຕີໂອເດຊາເມືອງທ່າສຳຄັນໃນທະເລດຳຂອງຢູເຄຼນ ໂດຍລະບຸວ່າການໂຈມຕີດັ່ງກ່າວບໍ່ສົ່ງຜົນກະທົບຕໍ່ການເລີ່ມດຳເນີນການຈັດສົ່ງທັນຍາພືດຂອງຄຽບ ເນື່ອງຈາກຣັດເຊຍພຸ່ງເປົ້າສະເພາະໂຄງສ້າງພື້ນຖານທາງທະຫານໃນເມືອງທ່າແຫ່ງນັ້ນເທົ່ານັ້ນ.
ການໂຈມຕີເມືອງໂແເດຊາໃນຊ່ວງທ້າຍອາທິດທີ່ຜ່ານມານີ້ ເກີດຂືນບໍ່ເຖິງ 1ວັນຫຼັງຈາກມອສໂກລົງນາມຮ່ວມກັບຄຽບໃນຂໍ້ຕົກລົງຍຸຕິການປິດກັ້ນການສົ່ງອອກທັນຍາພືດຈາກທ່າເຮືອຂອງຢູເຄຼນ.
ຝ່າຍຕາເວັນຕົກປະນາມການໂຈມຕີດັ່ງກ່າວໂດຍວໍຊິງຕັນລະບຸວ່າໜ້າສົງໄສຫຼາຍກວ່າຣັດເຊຍຈະປະຕິບັດຕາມຂໍ້ຕົກລົງຫຼືບໍ່
ຂະນະທີ່ຮູລູຊີ ອາກາ ລັດຖະມົນຕີປ້ອງກັນຕຸຣະກີ ທີ່ເປັນຕົວກາງຮ່ວມກັບສະຫະປະຊາຊາດ ເຮັດໃຫ້ຂໍ້ຕົກລົງນີ້ເກີດຂືນກ່າວວ່າ ໄດ້ຮັບການຢືນຢັນຈາກມອສໂກວ່າ ກອງກຳລັງຣັດເຊຍບໍ່ກ່ຽວຂ້ອງກັບການໂຈມຕີໂອເດຊາ ເຊິ່ງເປັນໜື່ງໃນສາມຮັບສົ່ງອອກຂອງຢູເຄຼນທີ່ຟື້ນການສົ່ງອອກທັນຍາພືດຢ່າງປອດໄພຕາມຂໍ້ຕົກລົງລ່າສຸດ.