6 ເຄັດລັບທີ່ຈະຊ່ວຍໃຫ້ເຮົາຕື່ນເຊົ້າຂື້ນ

ເຮົາເປັນຄົນທີ່ຕື່ນສວຍຫຼືບໍ? ຮູ້ສຶກວ່າມັນແກ້ໄຂບໍ່ໄດ້ຈັກເທື່ອ ຕື່ນຂື້ນມາກໍບໍ່ຢາກລຸກອອກຈາກຕຽງພໍສຽງໂມງປຸກເຮົາກໍດັບມັນແລ້ວຫຼັບຕໍ່ ສິ່ງເຫຼົ່ານີ້ກຳລັງເຮັດໃຫ້ເຮົາຮູ້ສຶກຜິດຫວັງໃນຕົວເອງຢູ່ຫຼືບໍ? ຖ້າແມ່ນແລ້ວເຮົາຢາກຈະປ່ຽນແປງມັນ ມື້້ນີແອດມີເຄັດລັບມາບອກ


1.ຕື່ນໃຫ້ໄວຂືນກວ່າເກົ່າພຽງໜື່ງນາທີ( ແລະທຳທ່າຕໍ່ເນື່ອງທຸກມື): ການເລີີ່ມຕົ້ນທີ່ເໝາະສົມຄືຄ່ອຍໆປັບເວລາຕື່ນນອນ ສົມມຸດວ່າເຮົາຕື່ນ 8ໂມງເຊົ້າເປັນປະຈຳແຕ່ເປົ້າໝາຍຂອງເຮົາຄືຢາກຕື່ນໃຫ້ໄດ້ຕອນ 6ໂມງ ເຮົາຈະຕ້ອງປັບເວລາເທື່ອລະໜ້ອຍ.


2.ກະຕຸ້ນຕົນເອງດ້ວຍຄວາມສຳເລັດໜ້ອຍໆ: ເຮົາບໍ່ຈຳເປັນຕ້ອງເລັ່ງເກີນໄປຖ້າເຮົາຢາກຕື່ນໃຫ້ໄວກວ່າເກົ່າ 2ຊົ່ວໂມງ ສິ່ງທີ່ເຮົາຄວນເຮັດບໍ່ແມ່ນການຝືນຕົນເອງໃຫ້ຕື່ນໄວຂືນ 2ຊົ່ວໂມງໃນທັນທີ ແຕ່ເຮົາຕ້ອງຄ່ອຍປັບເວລາເທື່ອລະໜ້ອຍໂດຍການຕື່ນໃຫ້ໄວຂື້ນຈັກເຄີ່ງຊົ່ວໂມງກ່ອນ ຖ້າເຮົາເຮັດສຳເລັດກໍຄ່ອຍກ້າວໄປຂັ້ນຕໍ່ໄປຄວາມສຳເລັດເທື່ອລະຂັ້ນແບບນີ້ຈະກະຕຸ້ນໃຫ້ເຮົາປ່ຽນແປງຕົນເອງ ເພາະມີໂອກາດຫຼາຍຢ່າງທີ່ຈະລົ້ມເຫຼວໃນກໍລະນີທີ່ເຮົາຮີບເກີນໄປແລະນັ້ນອາດຈະເຮັດໃຫ້ເຮົາທໍ້ໄດ້


3.ເຮັດໄປພ້ອມທກດັບຄົນຂ້າງກາຍຫຼືມູ່ເພື່ອນຂອງເຮົາ: ເຮົາລອງຕົກລົງໃຫ້ໝູີ່ເພື່່ອນຫຼືແຟນຂອງເຮົາໃຫ້ຕື່ນພ້ອມກັນ ວິທີນີໄດ້ຜົນເພາະວ່າການຕື່ນເຊົ້າກາຍເປັນຄວາມຮັບຜິດຊອບຂອງເຮົາ ຖ້າເຮົາເຮັດບໍ່ໄດ້ນັ້ນໝາຍຄວາມວ່າຄົນອື່ນຈະຜິດຫວັງໃນຕົວເຮົາ ນອກຈາກນີ້ມັນຍັງມີຜົນທາງຊີວິດວິທະຍາດ້ວຍ ເພາະຖ້າເຮົາມີເລື່ອງສຳຄັນທີ່ຈະຕ້ອງເຮັດໃນຕອນເຊົ້າຮ່າງກາຍຈະປຸກເຮົາຂື້ນມາໂດຍອັດຕະໂນມັດ.


4.ປັບສະພາບແວດລ້ອມໃຫ້ເຮົາຕື່ນໄດ້ງ່າຍຂືນ: ເຮັດໄດ້ຫຼາຍວິທີເຊັ່ນ: ວາງໂມງປຸກໄວ້ໄກໆ ເຮົາຈະໄດ້ລຸກຈາກຕຽງເພື່່ອໄປປິດມັນ, ເປີດຜ້າກັ້ງເອົາໄວ້ແສງແດດຈະຊ່ວຍໃຫ້ເຮົາຢາກຕື່ນຫຼາຍຂື້ນ


5.ແກ້ບັນຫາຕ່າງທີ່ເຮັດໃຫ້ເຮົາຕື່ນເຊົ້າບໍ່ໄດ້ຈັກເທື່ອ: ເຮົາຕ້ອງຄິດວ່າສິ່່ງໃດທີ່ເຮັດໃຫ້ເຮົາປ່ຽນແປງຕົນເອງບໍ່ໄດ້ເຊັ່ນ:ເຮົານອນຫຼັບໜ້ອຍເກີນໄປຈົນບໍ່ຢາກຕື່ນຫຼືວ່າຫ້ອງມັນເຢັນເກີນໄປຈົນເຮົາບໍ່ຢາກລຸກອອກຈາກຕຽງ ເຮົາຕ້ອງແກ້ບັນຫາເຫຼົ່ານີ້ກ່ອນບໍ່ດັ່ງນັ້ນເຮົາອາດຈະເຮັດກິດຈະກຳບໍ່ສຳເລັດຈັກເທື່ອ.


6.ຫາເຫດຜົນທີ່ຕ້ອງຕື່ນເຊົ້າ: ຖ້າເຮົາມີເຫດຜົນທີ່ດີພໍໃນການຕື່ນເຊົ້າ ເຮົາຈະລຸກຂືນມາຈາກຕຽງໂດຍບໍ່ຊ້າ ຫຼາຍຄົນຢາກຕື່ນເພາະວ່າຢາກພັດທະນາຕົນເອງ ຢາກໃຫ້ເວລາໃນຕອນເຊົ້າມີຄວາມໝາຍ ຖ້າເຮົາເຫັນວ່າສິ່ງເຫຼົ່ານີສຳຄັນ ກໍຄົງຍືດເປັນເຫດຜົນເອົາໄວ້

Leave a Reply

Your email address will not be published. Required fields are marked *

You cannot copy content of this page