ນໍ້າມັນຫຼຸດຕໍ່ເນື່ອງຫຼັງໄບເດັນສັ່ງລະບາຍຄັງສຳຮອງເພີ່ມທອງຄຳລົງ-ຫຸ້ນສະຫະລັດປິດລົບ

ລາຄານໍ້າມັນຫຼຸດລົງຕໍ່ເນື່ອງຫຼັງລັດຖະບານສະຫະລັດຖະແຫຼງລະບາຍຄັງສຳຮອງທາງຍຸດທະສາດເພີ່ມເຕີມເພື່ອສູ້ກັບເງີນເຟີ້ ສ່ວນວໍສະຕີດປິດລົບ ຖືກດຶງຈາກຫຸ້ນຄ້າປີກແລະດັດສະນີຄວາມເຊື່ອໝັ້ນຜູ້ບໍລິໂພກຂະນະທີ່ທອງຄຳປັບຫຼຸດລົງຕາມກັນ


ສັນຍານ້ຳມັນດິບ ເວດເທັກຊັດ ງວດສົ່ງມອບເດືອນກັນຍາຫຼຸດລົງ 1.72ໂດລາ ປິດທີ່ 94.98ໂດລາຕໍ່ຖັງ ດ້ານເບນລເທເໜືອດອນລອນ ງວດສົ່ງມອບເດືອນກັນຍາ ຫຼຸດລົງ 75ເຊນ ປິດທີ່ 104.40ໂດລາຕໍ່ຖັງ.


ກະຊວງພະລັງງານສະຫະລັດແລະທຳນຽບຂາວຖະແຫຼງຮ່ວມກັນວ່າ ປະທານາທິບໍດີໂຈ ໄບເດັນ ສັ່ງການໃຫ້ລະບາຍນໍ້າມັນດິບຈາກຄັງສຳຮອງທາງຍຸດທະສາດເພີ່ມເຕີມອີກ 20ລ້ານຖັງໃນເດືອນຕຸລາ ສ່ວນໜື່ງໃນແຜນເກົ່າທີ່ມີເປົ້າໝາຍສະກັດລາຄານ້ຳມັນທີ່ພຸ່ງທະຍານ

ຕາມຫຼັງຣັດເຊຍຮຸກຮານຢູເຄຼນເຊັ່ນດຽວກັບອຸປະສົງທີ່ຟື້ນຕົວຈາກໂລກລະບາດໃຫຍ່ເພີ່ມເຕີມຈາກທີ່ປະກາດລະບສຍຄັງສຳຮອງທາງຍຸດທະສາດ 180ລ້ານຖັງຕໍ່ເດືອນ ເປັນເວລາ 6ເດືອນນັບຕັ້ງແຕ່ເດືອນພະຈິກເປັນຕົ້ນມາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page