ສະຫະພາບຢູໂຣບ(ອີຢູ) ກຍມພ້ອມຮັບມືກັບຣັດເຊຍຕັດການສະໜອງອາຍແກ໊ຊເພີ່ມເຕີມ ເຫັນພ້ອມແຜນສຸກເສີນໜື່ງເຊິ່ງປັບໃຫ້ໂອນອ່ອນຜ່ອນຜັນລົງເພື່ອຄວບຄຸມອຸປະສົງຫຼັງບັນລຸຂໍ້ຕົກລົງປານີປານອມໃຫ້ຂໍ້ຍົກເວັ້ນຫຼາກຫຼາຍຕ່າງໆນາໆ.
ຢູໂຣບກຽມປະເຊີນພາວະການສະໜອງຕືງຕົວໜັກໜ່ວງຂື້ນຕັ້ງແຕ່ 27ກໍລະກົດເປັນຕົ້ນໄປ ຫຼັງແກ໊ຊພອມ ລັດວະສາຫະກິດພະລັງງານຍຣັດເຊຍບອກວ່າຈະປັບຫຼຸດກະແສອາຍແກ໊ຊທີ່ປ້ອນຜ່ານທໍ່ລຳລຽງນອດຕີມ1 ໄປຍັງເຢຍລະມັນເຫຼືອພຽງ1ໃນ 5ຂອງສັກກາຍະພາບ
ເຊິ່ງບັນດາລັດສະມາຊິກຂອງບອີຢູຫຼາຍປະເທດໄດ້ຮັບການສະໜອງຈາກຣັດເຊຍໃນປະລິມານທີ່ຫຼຸດລົງຢູ່ກ່ອນແລ້ວ ດັ່ງນັ້ນບັດເຊວຈື່ງຮຽກຮ້ອງໃຫ້ລັດສະມາຊິກປະຢັດອາຍແກ໊ຊແລະກັກເກັບຄັງສຳຮອງໄວ້ສຳລັບລະດູໜາວ ທ່າມກາງຄວາມກັງວົນວ່າຣັ້ດເຊຍຈະຕັດອາຍແກ໊ຊໂດຍສິ້ນເຊີງ ຕອບໂຕ້ມາດຕາການຂວ້ຳບາດທີ່ຕາເວັນຕົກກຳໜົດຫຼິ້ນງານມອສໂກຕໍກໍລະນີຮຸກຮານຢູເຄຼນ.
ເຫຼົ່າຣັດຖະມົນຕີພະລັງງານອີຢູເຫັບພ້ອມຂໍ້ສະເໜີທີ່ໃຫ້ທຸກປະເທດສະມາຊິກສະມັກໃຈຫຼຸດໃຊ້ແກ໊ຊລົງ15% ໃນເດືອນສິງຫາເຖິງມີນາ ຈາກຄ່າສະເລ່ຍຊ່ວງປີ 2017-2021ມາດຕາການນີ້ຈະມີຜົນຜູກພັນຕາມແຜນສຸກເສີນທາງພະລັງງານ ຜົນຈາກການເຫັນພ້ອມຂອງປະເທດສ່ວນໃຫຍ່ໃນຢູອີ ແນວໃດກໍຕາໃບັນດາລັດສະມາຊິກຕົກລົງໃຫ້ຂໍ້ຍົກເວັ້ນແກ່ຫຼາຍພາກອຸດສາຫະກຳ ຈາກຂໍ້ຜູກມັດຕັດຫຼຸດແກ໊ຊ 15%ໃນຄັ້ງນີ້.