ມີຫຼາຍສິ່່ງທີ່ເຮົາສາມາດຝຶກຝົນໃຫ້ຄິດເປັນນິໄສເພື່ອນຳພາຕົນເອງໄປສູ່ຄວາມສຳເລັດຕົວຢ່າງທີ່ເຫັນໄດ້ໍຊັດເຈນກໍຄືການແລ່ນ ຄົນທີ່ແລ່ນອອກກຳລັງກາຍເປັນປະຈຳຈະເຫັນເຖິງຂໍ້ດີຂອງການແລ່ນຢ່າງຊັດເຈນເຊັ່ນ: ມີພະລະກຳລັງຫຼາຍຂື້ນ ສະໝອງປອດໂປ່ງແລະໂລກໄພໄຂ້ເຈັບໜ້ອຍລົງ
ແຕ່ສຳລັບບາງຄົນການແລ່ນກໍເປັນໄປບໍ່ໄດ້ເລີຍ ເພາະມັນເປັນນິໃສທີ່ຕ້ອງແລກມາດ້ວຍຄວາມພະຍາຍາມຢ່າງໜັກໜ່ວງຫຼືບາງທີ່ລວມເຖິງຄວາມເຈັບປວດແລະບາດແຜດ້ວຍ.
ການເປັນຄົນທີ່ມີສະຕິຄືຫຍັງ? ຄົນສ່ວນຫຼາຍມັກຈະເຂົ້າໃຈວ່າການມີສະຕິຄືການນັ່ງຢູ່ຊື່ໆ ຫາຍໃຈເຂົ້າລຶກໆແລະມີສະຕິກັບລົມຫາຍໃຈຂອງຕົນເອງ ແຕ່ແທ້ຈິງແລ້ວການເປັນຄົນມີສະຕິມັນງ່າຍກວ່ານັ້ນຫຼາຍແລະກໍ່ໃຫ້ປະໂຫຍດກັບເຮົາຫຼາກຫຼາຍເຊັ່ນກັນ.
ການເປັນຄົນມີສະຕິຄືປ່ຍນຈາກ “ການຄິດ” ເປັນການ “ເນັ້ນໜັກເຖິງຄວາມຄິດ”
ການປ່ຽນແປງເລັກໆໜ້ອຍໆ ຈະເປີດໃຫ້ເຮົາເບິ່ງເຫັນຄວາມຄິດແລະຮັບຮູ້ຄວາມຮູ້ສຶກນັ້ນໆຢ່າງແທ້ຈິງ ເຊິ່ງສົ່ງ
ເຮົາສາມາດປ່ຽນແປງແລະເປັນຄົນມີສະຕິໄດ້ທຸກເວລາແທ້ໆ ແລ້ວຄົນສ່ວນໃຫຍ່ກໍເຮັດເປັນປົກກະຕິ
ເຖິງຈະບໍ່ໄດ້ຕັ້ງໃຈກໍຕາມ ແນວໃດກໍຕາມການມີສະຕິເຊັ່ນນີ້: ກໍຄົງຢູ່ບໍ່ດົນມັກກັບໄປຢູ່ກັບຄວາມຄິດຂອງຕົນເອງອີກ ມັນຈື່ງບໍ່ຄ່ອຍສົ່ງຜົນດີໃຫ້ເຫັນຊັດເຈນເໝືອນກັບການທີ່ເຮົາບໍ່ໄດ້ປະໂຫຍດຈາກການທີ່ເຮົາແລ່ນພຽງມືລະບໍ່ຮອດຊົ່ວໂມງດັ່ງນັ້ນເຮົາຕ້ອງຕັ້ງໃຈຝຶກສະຕິເປັນໄລຍະເວລາໜື່ງ ເພື່ອໃຫ້ໄດ້ປະໂຫຍດຈາກມັນຢ່າງເຕັມທີ່.
ການມີສະຕິ ສົ່ງຜົນຕໍ່ຄວາມສຳເລັດ
ເຮົາອາດສົງໃສວ່າພຽງແຕ່ສິ່ງໜ້ອຍໆເທົ່ານັ້ນເປັນຫຍັງຈື່ງໃຫ້ຜົນປະໂຫຍດຫຼາກຫຼາຍນັ້ນກໍເປັນເພາະວ່າສະຕິຄືຕົວຄວບຄຸມຈິດໃຈຂອງເຮົາ ທຸກສິ່ງທີ່ເຮົາເຮັດທຸກຄວາມລົ້ມເຫຼວທີ່ເກີດຂື້ນຄືຜົນລັບຂອງການເຮັດວຽກງານຂອງຄວາມຄິດແລະຈິດໃຈຂອງເຮົາເອງທັງໝົດ ເຊິ່ງບັນດານັກວິທະຍາສາດເອງກໍກຳລັງວິໄຈກ່ຽວກັບສະໝອງເພື່ອຄົ້ນຫາວິທີພັດທະນາການເຮັດວຽກຂອງມັນດ້ວຍ.