ເປັນເລື່ອງປົກກະຕິທີ່ເວລາເຮົາເຫັນຄົນອື່ນມີຫຍັງທີ່ດີກວາຕົນເອງ ກໍຈະນຳມາປຽບທຽບກັບຕົນເອງຈົນເຮັດໃຫ້ຮູ້ສຶກບໍ່ດີ ບອກໄດ້ເລີຍວ່ານັ້ນເປັນພຶດຕິກຳທີ່ບໍ່ດີແລະຄວນເລີກເດັດຂາດ! ເຊິ່ງມື້ນີ້ແອດນຳເອົາບົດຄວາມ 5ວິທີຢຸດປຽບທຽບຕົນເອງກັບຄົນອື່ນດັ່ງລຸ່ມນີ້:
1. ຢຸດສົນໃຈໂລກອອນລາຍ: ເຊິ່ງຈະເຮັດໃຫ້ບັ່ນທອນຄວາມໝັ່ນໃຈຂອງຄົນເອງເພາະທຸກຄົນພະຍາຍາມທີ່ຈະແຂ່ງຂັນເປີດເຜີຍຊີວິດຂອງຕົນເອງໃນດ້ານທີ່ດີທີ່ສຸດ ໄດ້ເວລາທີ່ເຮົາຄວນຢຸດການກະທຳແບບນັ້ນ ບໍ່ແມ່ນທຸກຄົນທີ່ຈະເອົາຊີວິດແທ້ຈິງຂອງຕົນເອງມາລົງໃນອອນລາຍ
2.ພູມໃຈໃນຄວາມສາມາດຂອງຕົນເອງ: ສິ່ງໃດຄືງານປະຈຳຫຼືຄວາມຝັນຂອງເຮົາ ຈົ່ງມຸ່ງໝັ້ນໃນການກະທຳສິ່ງນັ້ນ ໃຫ້ດີທີ່ສຸດຕໍ່ໃຫ້ເຮັດເພາະຄວາມມ່ວນກໍຕາມການອວດຄວາມສາມາດແລະໄດ້ຮັບການຈື່ຈຳຈາກຄົນຮອບຂ້າງບໍ່ແມ່ນເລື່ອງທີ່ຜິດຈົ່ງພູມໃນວຽກງານຂອງຕົນເອງ
3.ຮັກຕົນເອງໃຫ້ຫຼາຍໆ: ການພັດທະນາຕົນເອງແລະຮູ້ຈັກເບິ່ງໂລກໃນແງ່ບວກ ຈະເຮັດໃຫ້ເຮົາສາມາດຮັກຕົນເອງໄດ້ ການເນັ້ນໜັກວ່າຕົນເອງເກັ່ງ,ງາມແລະມີຄວາມສາມາດຢ່າງທີ່ບໍ່ມີໃຜຄື ວິທີດຽວທີ່ຈະເຮັດໃຫ້ເຮົາຢຸດປຽບທຽບຕົນເອງກັບຄົນອື່ນ ເຮົາຄວນຫັນມາໃສ່ໃຈກັບຊີວິດຂອງຕົນເອງເບີ່ງ
4.ຮູ້ສຶກຂອບໃຈໃນທຸກໆເລື່ອງ: ເຖິງເຮົາຈະຮູ້ວ່າໂລກກຳລັງຈະພັງທະລາຍ ແຕ່ຈົ່ງຄິດເຖິງທຸກສິ່ງໃນຊີວິດທີ່ເຮັດໃຫ້ເຮົາຮູ້ສຶກຢາກຂອບໃຈ ເຮົາຄວນຈົດບັນທຶກລາຍການເຫຼົ່ານັ້ນໄວ້ໃນໂທລະສັບ ເພາະເຮົາສາມາດເບິ່ງໄດ້ທຸກຄັ້ງທີ່ຮູ້ສຶກວ່າກຳລັງປຽບທຽບຕົນເອງ.
5.ເປັນຕົວຂອງຕົວເອງຢ່າງແທ້ຈິງ: ລອງຕັ້ງສະຕິຢູ່ກັບຕົນເອງ ຊິວິດການເປັນຢູ່ ນິໄສທີ່ແທ້ຈິງຂອງຕົນເອງແລະສິ່ງທີ່ເຮັດໃຫ້ຕົວເຮົາເອງມີຄວາມສຸກ ບໍ່ແມ່ນພຽງເຮັດໃຫ້ຄົນອື່ນມີຄວາມສຸກແລະຢ່າຢ້ານທີ່ຈະເປີດເຜີຍສິ່ງເຫຼົ່ານັ້ນອອກມາ ເພາະບໍ່ວ່າເຮົາຈະເຮັດສິ່ງໃດຄົນອື່ນກໍຈະຕັດສິນສິນເຮົາຢູ່ດີ.