ບໍ່ງໍ້ສະຫະລັດ! ຣັດເຊຍເລັ່ງຖອນກຳລັງຕົວຈາກສະຖານີອາວະກາດນານາຊາດ ກຽມສ້າງສະຖານີຂອງຕົນເອງ

ຫົວໜ້າໜ່ວຍງານອາວະກາດຣັດເຊຍ ຖະແຫຼງວ່າປະເທດຂອງພວກເຂົາມີແຜນຖອນຕົວຈາກສະຖານີອາວະກາດນານາຊາດຫຼັງປີ 2024ເພື່ອກຽມພ້ອມສ້າງສະຖານີອາວະກາດຂອງຕົນເອງ ແຕ່ເຈົ້ານ້າທີ່ລະດັບສູງຂອງນານາຊາດລະບຸມອສໂກຍັງບໍ່ໄດ້ສົ່ງສານຢ່າງເປັນທາງການເຖິງຄວາມຕັ້ງໃຈຍຸຕິການເປັນຫຸ້ນສ່ວນດ້ານອາວະກາດກັບສະຫະລັດທີ່ມີມາດົນນານກວ່າ 2ທົດສະວັດ.


ເຖິງແມ່ນວ່າຄວາມຕືງຄຽດຂັ້ນສູງລະຫວ່າງມອສໂກກັບວໍຊິງຕັນຕໍ່ກໍລະນີຣັດເຊຍຮຸກຮານຢູເຄຼນ ໄດ້ກໍ່ຄວາມສົງໄສກ່ຽວກັບອານາຄົດຂອງຄວາມຮ່ວມມືດ້ານອາວະກາດລະຫວ່າງມາເມຮິກາກັບຣັດເຊຍມາດົນຫຼາຍເດືອນ

ແຕ່ຄຳຖະແຫຼງຂອງ ຢູຣິ ໂບຣິຊອບ ຜູ້ອຳນວຍການສຳນັກອາວະກາດຣັດເຊຍ ຣອສຄອສມອສ ທີ່ຫາໄດ້ຮັບການແຕ່ງຕັ້ງມາໃໝ່ໄດ້ສ້າງຄວາມປະຫຼາດໃຈບໍ່ໜ້ອຍ
ເຂົາກ່າວລະຫວ່າງການພົບປະຫາລືກັບປະທານາທິບໍດີວະລາດິມີ ປູຕິນວ່າ ຣັດເຊຍຈະປະຕິບັດໜ້າທີ່ຕາມແຜນທີ່ວາງໄວ້ຮ່ວມກັບປະເທດພັນທະມິດຂອງສະຖານີອາວະກາດນານາຊາດ “ ແຕ່ບໍ່ໄດ້ມີການຕັດສິນໃຈຖອນຕົວຫຼັງປີ 2024ແລ້ວຢ່າງແນ່ນອນ” ພ້ອມລະບຸວ່າຈະເດີນໜ້າໂຄງການສະຖານີອາວະກາດຂອງຣັດເຊຍເອງໃນປີດຽວກັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page