ບັນດາປະເທດສະມາຊິກສະຫະພາບຢູໂຮບ (EU) ກຽມພ້ອມຮັບມືກໍລະນີຣັດເຊຍຫຼຸດການສົ່ງອອກອາຍແກ໊ຊເພີ່ມເຕີມໂດຍອານຸມັດແຜນສຸກເສີນເພື່ອຄວບຄຸມການສະໜອງ ຫຼັງສາມາດປານີປານອມໃຫ້ບາງປະເທດຫຼຸດການໃຊ້ພະລັງງານໃນວົງຈຳກັດ
ເພື່ອໃຫ້ສອດຄ່ອງເພີ່ມລາຍຂື້ນ ຫຼັງບໍລິສັດແກ໊ຊຂອງຣັດເຊຍປະກາດວ່າຈະຫຼຸດການຈັດສົ່ງແກ໊ຊຜ່ານທໍ່ສົ່ງນອກຕີມ 1ໄປຍັງເຢຍລະມັນລົງເຫຼືອພຽງ 1ໃນ5ຂອງກຳລັງການຜະລິດທັງໝົດຕັ້ງແຕ່ມື້ນີ້
EU ຮຽກຮ້ອງປະເທດສະມາຊິກຊ່ວຍກັນປະຢັດແກ໊ຊແລະກັກຕຸນເອົາໄວ້ສຳລັບໃຊ້ໃນຊ່ວງລະດູໜາວເພາະກັງວົນວ່າຣັດເຊຍຈະຍຸຕິການຈັດສົ່ງພະລັງງານທັງໝົດ ເພື່ອຕອບໂຕ້ມາດຕາການຂວ້ຳ
ເຊິ່ງລັດຖະມົນຕີພະລັງງານໄດ້ຮັບອານຸມັດຂໍ້ສະເໜີໃຫ້ທຸກປະເທດໃນ EU ຫຼຸດການໃຊ້ແກ໊ຊໂດຍສະໝັກໃຈລົງ 15% ໃນຊ່ວງເດືອນສິງຫາເຖິງເດືອນມີນາຄົມປີໜ້າ ຈາກຄ່າສະເລ່ຍໃນປີ 2560-2564 ແນວໃດກໍຕາມການປັບຫຼຸດການໃຊ້ພະລັງງານດັ່ງກ່າວມີຜົນກັບການສະນອງສຸກເສີນ
ເຮັດໃຫ້ນານາປະເທດໃນ EU ເຫັນພ້ອມກັບຂໍ້ສະເໜີນີ້ ແຕ່ປະເທດຕ່າງໆ ຕົກລົງທີ່ຈະຍົກເວັ້ນການປັບຫຼຸດດັ່ງກ່າວໃຫ້ກັບປະເທດແລະອຸດສາຫະກຳຈຳນວນໜື່ງ ຫຼັງຈາກທີ່ລັດຖະບານບາງປະເທດບໍ່ເຫັນພ້ອມຂໍ້ສະເໜີຂອງ EU ທີ່ກຳນົດໃຫ້ທຸກປະເທດຫຼຸດການໃຊ້ແກ໊ຊເທົ່າກັນ.