ເຊັກອາການຕົນເອງດ່ວນ! ສັນຍານເຕືອນຮ່າງກາຍຂາດໂປຼຕິນ

ສາວໆຮູ້ດີຢູ່ແລ້ວວ່າອາຫານຈໍາພວກໂປຼຕິນ ມີຄວາມສໍາຄັນຕໍ່ຮ່າງກາຍຫຼາຍເພາະຊ່ວຍໃຫ້ອິ່ມໄວແລະອິ່ມດົນ ເຖິງຈະຢູ່ໃນຊ່ວງຂອງການຫຼຸດນໍ້ານໜັກ ຮ່າງກາຍກໍບໍ່ສາມາດຂາດສານອາຫານປະເພດນີໄດ້ ແຕ່ໃນຂະນະດຽວກັນມີຫຼາຍຄົນທີ່ຫຼຸດນໍ້າໜັກຕ້ອງພົບກັບພາວະຮ່າງກາຍຂາດໂປຼຕິນ

ເຊິ່ງຈະຮູ້ໄດ້ແນວໃດວ່າຮ່າງກາຍຂາດໂປຼຕິນນັ້ນມື້ນິແອດຈະມາບອກ 5ສັນຍານເຕືອນທີ່ບົ່ງບອກວ່າຮ່າງກາຍກໍາລັງຂາດໂປຼຕິນໃນຊ່ວງຫຼຸດນໍ້າໜັກ ເຮັດໃຫ້ການຫຼຸດນໍ້າໜັກບໍ່ໄດ້ຜົນມີດັ່ງລຸ່ມນີ້:


1.ຫິວຕະຫຼອດເວລາ: ໃນຊ່ວງຂອງການຫຼຸດນໍ້າໜັກ ຫາກມີອາການຫິວຕະຫຼອດ ອາດເປັນເພາະວ່າຮ່າງກາຍໄດ້ຮັບປະລິມານໂປຼຕິນທີ່ໜ້ອຍເກີນໄປ ເຖິງຈະກິນອາຫານໃນແຕ່ລະມື້ອິ່ມແລ້ວ ແຕ່ຜ່ານໄປໜ້ອຍໜື່ງກໍຮູ້ສຶກຫິວຂື້ນມາອີກ ສິ່ງທີ່ຈະຕາມມາກໍຄືການກິນບໍ່ຢຸດ ເຊິ່ງເຮັດໃຫ້ການຫຼຸດນໍ້າໜັກບໍ່ໄດ້ຜົນຕາມທີ່ຫວັງໄວ້


2.ມັກບໍ່ສະບາຍເລື້ອຍໆ: ຫາກຮູ້ສຶກວ່າຮ່າງກາຍເລີ່ມປ່ວຍຕະຫຼອດ ນັ້ນເປັນເພາະພູມຄຸ໊ມກັນໃນຮ່າງກາຍບໍ່ດີຄືທີ່ຜ່ານມາ ເຊິ່ງພູມຄຸ້ມກັນອ່ອນແອລົງ ອາດເກີດຈາກການທີ່ຮ່າງກາຍໄດ້ຮັບປະລິມານໂປຼຕິນທີ່ໜ້ອຍເກີນໄປ ເຊິ່ງອາດເຮັດໃຫ້ຮ່າງກາຍຕິດເຊື້ອງ່າຍ ໂດຍປົກກະຕິແລ້ວຮ່າງກາຍຄວນໄດ້ຮັບປະລິມານສານອາຫານໂປຼຕິນໃຫ້ພຽງພໍ.


3. ນ້ຳໜັກຂື້ນງ່າຍ: ຢູ່ໃນຊ່ວງຫຼຸດນໍ້າໜັກ ແຕ່ນ້າໜັກຍິ່ງເພີ່ມຂື້ນບອກເລີຍວ່າສັນຍານເຕືອນນີ້ກໍາລັງບົ່ງບອກວ່າຮ່າງກາຍກໍາລັງຂາດໂປຼຕິນ ເຊິ່ງເມື່ອໃດທີ່ຮ່າງກາຍໄດ້ຮັບປະລິມານໂປຼຕິນບໍ່ພຽງພໍ ກໍຈະເລີ່ມເກີດການສູນເສຍມວນກ້າມເນື້ອຫຼາຍຂື້້ນ ເຮັດໃຫ້ການເຜົາຜານພະລັງງານຫຼຸດລົງໄປເຮັດໃຫ້ຮ່າງກາຍບໍ່ດີ.


4. ສູນເສຍມວນກະດູກ: ເຊິ່ງການມີກະດູກທີ່ແຂງແຮງບໍ່ພຽງແຕ່ຕ້ອງອາໄສການກິນແຄຼວຊຽມເທົ່ານັ້ນເພາະໂປູຕິນເປັນສ່ວນສໍາຄັນຂອງສຸຂະພາບກະດູກດ້ວຍເຊັ່ນກັນ ຫາກຮ່າງກາຍບໍ່ໄດ້ຮັບສານອາຫານປະເພດໂປຼຕິນ ເຮັດໃຫ້ເກີດການສູນເສຍມວນກະດູກ.
5.ຜິວໜັງແຫ້ງ,ຜົມຫຼົ່ນ: ອີກໜື່ງສັນຍານເຕືອນທີ່ບົ່ງບອກວ່າຮ່າງກາຍຂາດໂປຼຕິນໃນຊ່ວງຫຼຸດນໍ້າໜັກກໍຄືຜົມຫຼົ່ນແລະຜິວໜັງແຫ້ງຈົນເຮັດໃຫ້ສັງເກດຄວາມຜິດປົກກະຕິົໄດ້ຢ່າງຊັດເຈນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page