ທະຫານຣັດເຊຍງັດກົນລະຍຸດຄຸມພະລັງງານ ບຸກຍືດໂຮງໄຟຟ້າໃຫຍ່ທີ່ສຸດອັນດັບ2ຂອງຢູເຄຼນ
ກອງທັບຣັດເຊຍບຸກຍືດໂຮງໄຟຟ້າໃຫຍ່ທີ່ສຸດອັນດັບ 2ຂອງຢູເຄຼນ ທີ່ປຶກສາໜື່ງທ່ານຂອງປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນຍອມຮັບຢືນຢັນຄຳກ່າວອ້າງກ່ອນໜ້ານີ້ຂອງກອງກຳລັງທີ່ໄດ້ຮັບການສະໜັບສະໜູນຈາກມອສໂກ
ການບຸກຍືດໂຮງໄຟຟ້າ Vuhlehirsk ເຊິ່ງເປັນໂຮງໄຟຟ້າຖ່ານຫິນຍຸກສະຫະພາບໂຊຫວຽດແລະຕັ້ງຢູ່ທາງຕາເວັ້ນອອກຂອງຢູເຄຼນ ຖືເປັນການລຸກຮື້ທາງຍຸດທະສາດຂອງມອສໂກຄັ້ງທຳອິດໃນຮອບກວ່າ 3ອາທິດ ໃນສິ່ງທີ່ພວກເຂົາເອີ້ນວ່າເປັນ “ປະຕິບັດການພິເສດດ້ານທະຫານ” ເພື່ອປົດອາວຸດແລະທຳລາຍຄວາມເປັນນາຊີໃນປະເທດເພື່ອນບ້ານ.
“ ພວກເຂົາບັນລຸຄວາມໄດ້ປຽບທາງຍຸດທະວິທີເລັກໜ້ອຍ ພວກເຂົາຍືດ Vuhlehirsk” ໂອເລດຊີ ອາເຣໂຕວິ ທີ່ປຶກສາປະທານາທິບໍດີຢູເຄຼນຍອມຮັບ ພ້ອມເຜີຍວ່າພວກຣັດເຊຍກຳລັງຍ້າຍກຳລັງພົນຄັ້ງໃຫຍ່ໄປຍັງ 3ແຄ້ວນທາງພາກໃຕ້
ໜ່ວຍຂ່າວກອງທະຫານຂອງສະຫະລາດຊະອານາຈັກລະບຸວ່ານັກຮົບຮັບຈ້າງຂອງກຸ່ມວາກເນ ຝ່ານຣັດເຊຍ ບາງທີອາດຈະປະສົບຄວາມສຳເລັດໃນການຮຸກຮື້ທາງຍຸດທະວິທີ ໃນເຂດດອນບາສ ທາງພາກຕາເວັນອອກຂອງຢູເຄຼນ ແຖວໆໂຮງໄຟຟ້າ ແລະໝູ່ບ້ານໂນໂວລູຮັນສະກີ ທີ່ຢູ່ໃກ້ຄຽງ ພ້ອມລະບຸວ່າບາງທີທະຫານຢູເຄຼນບາງສ່ວນໄດ້ຖອນກຳລັງອອກມາແລ້ວ.