ກອງທັບສະຫະລັດກຳລັງພິຈາລະນາປະຈຳການກອງກຳລັງພິເສດໜື່ງໃນອາຊີ ທີ່ຈະລວມຄວາມສາມາດທັ້ງໃນດ້ານລູກສອນໄຟ ອີເລັກໂທນິກແລະ ໄຊເບີ ເພື່ອປ້ອງກັນການຮຸກຮານຂອງຈີນໃນຊ່ອງແຄບໄຕ້ຫວັນແລະທະເລຈີນໃຕ້
ຈາກການເປີດເຜີຍຂອງພົນເອກ ຊາ ຟິນ ຜູ້ບັນຊາການທະຫານສະຫະລັດ ປະຈຳພາກພື້ນປາຊີຟິກ ລະຫວ່າງການໃຫ້ສຳພາດກັບໜັງສືພິມ
ກຳລັງພົນໜ່ວຍນີ້ເອີ້ນວ່າ “ ກອງກຳລັງສະເພາະກິດຫຼາຍມິຕິ” ແລະຈະປະກອບດ້ວຍທະຫານລາຍພັນຄົນ ທີ່ປະຈຳການຢູ່ຕາມຖານທັບຕ່າງທໃນລັດວໍຊິງຕັນຂອງສະຫະລັດແລະໃນເຢຍລະມັນ ຈະຖຶກຈັດອອກເປັນ 4ກຸ່ມ ຕາມສັກກາຍາພາບໃນດ້ານການໂຈມຕີ ປ້ອງກັນໄພທາງອາກາດ ທາງໂລຈິຕິກແລະການສົງຄາມ.
ກອງກຳລັງຊຸດນີ້ເນັ້ນຢໍ້າໃຫ້ເຫັນເຖິງນະໂນບາຍດ້ານການທະຫານທີ່ປ່ຽນໄປຂອງສະຫະລັດໃນຊ່ວງປີທີ່ຜ່ານມາ ຈາກການຕໍ່ສູ້ກໍ່ການຮ້າຍໃນຕາເວັນອອກກາງມາເປັນທ້າທາຍຈີນ.
ເຊິ່ງມີການລະບຸວ່າກອງກຳລັງສະເພາະກິດມີໜ້າທີ່ລວບລວມຂ່າວກອງໃນຍາມສັນຕິກຽມພ້ອມສຳລັບຮັບມືກັບຄວາມບໍ່ແນ່ນອນຕ່າງໆ
ຜ່ານການສຶກສາທຳຄວາມເຂົ້າໃຈຮູບແບບພຶດຕິກຳແລະຈຸດອອ່ນຂອງສັດຕູ ຖ້າການສູ້ຮົບເກີດຂື້ນ ການໂຈມຕີທາງອີເລັກໂທນິກແລະໄຊເບີຈະມີເປົ້າໝາຍຕັດຂາດເຄືອຂ່າຍການສື່ສານ ກໍ່ຄວາມປັ່ນປວນແກ່ລະບົບຄວບຄຸມແລະບັນຊາການຂອງສັດຕູ.