ສະຫະລັດຫຼິ້ນໃຫຍ່! ເລັ່ງລະດົມກຳລັງໃນອິນໂດ-ປາຊີຟິກປົກປ້ອງປະທານາທິບໍດີສະພາຫາກຢ້ຽມໃຕ້ຫວັນ

ສະຫະລັດຫຼິ້ນໃຫຍ່! ເລັ່ງລະດົມກຳລັງໃນອິນໂດ-ປາຊີຟິກປົກປ້ອງປະທານາທິບໍດີສະພາຫາກຢ້ຽມໃຕ້ຫວັນ


ເຖິງແມ່ນວ່າ ແນນຊີ ເພໂລຊີ ຍັງບໍ່ໄດ້ຢືນຢັນຈະເດີນທາງຢ້ຽມໄຕ້ຫວັນຫຼືບໍ່ ແຕ່ຫາກຕັດສິນໃຈເຊັ່ນນັ້ນກໍເທົ່າກັບວ່າຈະຍ່າງເຂົ້າສູ່ຈຸດຖົກຖຽງແລະຫຼໍ່ແຫຼມທີ່ສຸດແຫ່ງໜື່ງຂອງໂລກ ເຈົ້າໜ້າທີ່ສະຫະລັດບອກວ່າມີຄວາມກັງວົນພຽງເລັກນ້ອຍຕໍ່່ຄວາມເປັນໄປໄດ້ທີ່ຈີນຈະໂຈມຕີເຄື່ອງຍົນຂອງປະທານລັດຖະສະພາອາເມຣິກາທ່ານນີ້

ແຕ່ພວກເຂົາຮູ້ດີວ່າເລື່ອງເຄາະຮ້າຍ ຄວາມຜິດພາດຫຼືເຂົ້າໃຈຜິດພຽງເລັກໜ້ອຍ ກໍອາດເປັນອັນຕະລາຍຕໍ່ຄວາມປອດໄພຂອງເຂົາ ດັ່ງນັ້ນທາງກະຊວງປ້ອງກັນປະເທດຈື່ງໄດ້ວາງແຜນຮັບມືກັບເຫດການສຸກເສີນທີ່ອາດຈະເກີດຂືນໄດ້


ເຈົ້າໜ້າທີ່ສະຫະລັດໄດ້ລະບຸວ່າຫາກ ເພໂລຊີ ຕັດສິນໃຈເດີນທາງໄປຍັງບໄຕ້ຫວັນ ທາງກອງທັບຈະຍົກລະດັບຄວາມເຄື່ອນໄຫວຂອງກອງກຳລັງແລະຊັບສິນທາງທະຫານໃນເຂດອິນໂດ-ປາຊີຟິກ ພວກເຂົາບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມ ແຕ່ບອກວ່າມີຄວາມເປັນໄປໄດ້ທີ່ຝູງບິນຮົບ,ກອງເຮືອ ຊັບສິນສຳລັບລາດຕາເວນແລະລະບົບທາງທະຫານອື່ນໆ ຈະຖຶກໃຊ້ສຳລັບປົກປ້ອງທຍວບິນຂອງລາວມຸ່ງນ້າສູ່ໄຕ້ຫວັນແລະຕະຫຼອດເວລາທີ່ລາວຢູ່ໃນໄຕ້ຫວັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page