ລົດໄຟລາວ-ຈີນ ຈະບໍ່ຂາຍປີ້ຢືນ! ແຕ່ຈະມີການເພີ່ມຖ່ຽວລົດໄຟແທນ

ເນື່ອງຈາກປະລິມານຜູ້ໂດຍສານທີ່ຕ້ອງການຊື້ປີ້ເດີນທາງໃນໄລຍະນີ້ມີເປັນຈຳນວນຫລວງຫຼາຍ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເຫັນເຖິງຄວາມສຳຄັນຕໍ່ການບໍລິການຕໍ່ທຸກໆທ່ານ, ເພື່ອສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະຄວາມຈິງໃຈຂອງພວກເຮົາ

, ພວກເຮົາໄດ້ເຮັດແບບສອບຖາມເຖິງຄວາມຄິດເຫັນຂອງທຸກໆທ່ານເຖິງຮູບແບບການຊື້ປີ້ ແລະການບໍລິການ, ຜ່ານການສັງລວມເຖິງຄຳຄິດເຫັນຈຳນວນຫຼາຍສົມທົບກັບເງື່ອນໄຂທີ່ພວກເຮົາມີໃນປະຈຸບັນ, ຜ່ານການຄົ້ນຄ້ວາບໍລິສັດທາງລົດໄຟລາວ-ຈີນ ຈຳກັດ

ຈິ່ງໄດ້ຕົກລົງເພີ່ມຂະບວນລົດໄຟ EMU ຖ້ຽວ C86/5 ແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີເມືອງໄຊ ໄປ-ກັບ 1 ຄູ່ ໃນລະຫວ່າງວັນທີ 28-29 ກໍລະກົດ 2022 ແລະ ປັບລົດໄຟ EMU ຖ້ຽວ C84/3 ທີ່ນໍາໃຊ້ຢຸ່ໃນປະຈຸບັນໃຫ້ເປັນລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ແລະເພີ່ມຖ້ຽວ C92/1 ທີ່ເປັນລົດໄຟ EMU ສອງຂະບວນຕໍ່ໃສ່ກັນອີກຂະບວນໜຶ່ງ

ແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໄປ-ກັບທັງໝົດ 2 ຄູ່ໃນລະຫວ່າງວັນທີ 30-31 ກໍລະກົດ 2022, ເພື່ອຕອບສະຫນອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານໃນສ່ວນໃຫຍ່. ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຂໍສະແດງຄວາມຂອບໃຈຕໍ່ບັນດາຜູ້ໂດຍສານ, ນັກທ່ອງທ່ຽວທຸກທ່ານທີ່ໃຫ້ການສະໜັບສະໜູນ ແລະນຳໃຊ້ການບໍລິການທາງລົດໄຟຂອງພວກເຮົາຕະຫຼອດມາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page