ຜູ້ນຳ ຄິມ ຈອງອືນ ແຫ່ງເກົາຫຼີເໜືອປະກາດຄວາມພ້ອມໃນການລະດົມ “ ມາດຕາການປາບປາມດ້ານນິວເຄຼຍ” ຫາກເກີດການປະເຊີນໜ້າທາງທະຫານ ກັບສະຫະລັດ ພ້ອມເປີດປາກວິຈານຜູ້ນຳເກົາຫຼີໃຕ້ຄົນໃມ່ເປັນຄັ້ງທຳອິດ ໂດຍເຕືອນໂຊໃຫ້ຢຸດຢັ້ງການກະທຳທີ່ອາດຈະນຳໄປສູ່ສົງຄາມ
ຜູ້ນຳ ຄິມ ກ່າວເນື່ອງໃນໂອກາດຄົບຮອບ 69ປີ ການເຮັດສົນທິສັນຍາຢຸດຍິງໃນສົງຄາມເກົາຫຼີ ເຊິ່ງກົງກັບວັນທີ 27ກໍລະກົດ ຂອງທຸກໆປີ ແ/ະ ເປັນການຢໍ້າເຕືອນວ່າ ໃນທາງເທັກນິກ ສອງເກົາຫຼີຍັງຄົງຢູ່ໃນພາວະສົງຄາມ.
ຜູ້ນຳໂສມແດງລະບຸວ່າ ການປະເຊີນໜ້າກັບສະຫະລັດ ເຊິ່ງເປັນມະຫາອຳນາດນິເຄຼຍມາຕັ້ງແຕ່ຊາວງສົງຄາມເກົາຫຼີປີ 1950-53ເຮັດໃຫ້ເກົາຫຼີເໜືອຈຳເປັນທີ່ຈະຕ້ອງບັນລຸ “ ພາລະກິດສຳຄັນເລັ່ງດ່ວນທາງປະຫວັດສາດ” ໃນການຍົກລະດັບປ້ອງກັນຕົນເອງ
“ ກອງທັບຂອງເຮົາມີຄວາມພ້ອມຢ່າງເຕັມທີ່ໃນການຕອບສະນອງວິກິດຕ່າງທ ແລະ ມາດຕາການປາບປາມນິວເຄຼຍຂອງເຮົາກໍຢູ່ສະພາວະທີ່ພ້ອມຕໍ່ການຮຽກລະດົມເພື່ອປະຕິບັດພາລະກິດຢ່າງແຂ່ງແກ່ງ,ແນ່ນອນແລະທັນທີ” ຄິມກ່າວ