ມູນຄ່າກສານຖືຄອງພັນທະບັດລັດຖະບານຂອງຈີນຫຼຸດຕໍ່າກວ່າລະດັບ 1ຮ້ອຍລ້ານໂດລາ ສະຫະເປັນຄັ້ງທຳອິດໃນຮອບ 12ປີ ທ່າມກາງອັດຕາດອກເບ້ຍທີ່ເພີ່ມສູງຂື້ນ ເຊິ່ງເຮັດໃຫ້ການຖືຄອງຕາສານໜີ້ມີຄວາມໜ້າສົນໃຈໜ້ອຍລົງ.
ກະຊວງການເງີນສະຫະລັດ ອອກມາເປີດເຜີຍຂໍ້ມູນວ່າ ມູນຄ່າການຖືຄອງພັນທະບັດລັດຖະບານສະຫະລັດຂອງຈີນເລີ່ມຫຼຸດລົງມາເລື້ອຍໆ ຕັ້ງແຕ່ຕົ້ນປີ 2021 ເຊິ່ງໃນເດືອນພຶດສະພາ ທີ່ຜ່ານມາຈີນຖືຄອງພັນທະບັດອາເມລິກາພຽງ 980.800ລ້ານໂດລາ ຫຼຸດລົງເກືອບ 23.000ລ້ານໂດລາ ແລະເສຍໄປເກືອບ 100.000ລ້ານໂດລາຫຼື 9%ເມື່ອທຽບກັບຊ່ວງເວລາດຽວກັນຂອງປີທີ່ຜ່ານມາ.
ເຊິ່ງເປັນຄັ້ງທຳອິດນັບຕັ້ງແຕ່ເດືອນພຶດສະພາ ປີ2010 ທີ່ມູນຄ່າການຖືຄອງພັນທະບັດສະຫະລັດຂອງຈີນຕໍ່າກວ່າລະດັບ 1ຮ້ອຍລ້ານໂດລາ ແລະເຮັດໃຫ້ເວລານີ້ ຢີ່ປຸ່ນ ກາຍມາເປັນປະເທດເຈົ້າໜີ້ລາຍໃຫຍ່ທີ່ສຸດຂອງອາເມລິກາ ດ້ວຍມູນຄ່າການຖືຄອງພັນທະບັດ 1.212ລ້ານໂດລາ
ແນວໃດກໍດີໃນຊ່ວງຫຼັງໆ ມານີ້ຢີ່ປຸ່ນກໍຖືຄອງພັນທະບັດສະຫະລັດ ຫຼຸດລົງເລື້ອຍໆ ຄືກັນໂດຍໃນຊ່ວງ 6ເດືອນຈາກເດືອນ ພະຈິກ ປິໍີທີ່ຜ່ານມາເຖິງເດືອນ ພຶດສະພາປີນີ້ ຢີ່ປຸ່ນຖືຄອງໜ້ອຍລົງເກືອບ 116.000ລ້ານໂດລາ.