ທໍລະມານຕົນເອງ! ອອັດເຕເລຍເລີ່ມຮູ້ຕົວ ຍອມຮັບເປັນໄປບໍ່ໄດ້ແບນແກ໊ຊຣັດເຊຍ

ສະຫະພາບຢູໂຣບ(ອີຢູ) ບໍ່ສາມາດແບນແກ໊ຊທຳມະຊາດຣັດເຊຍໄດ້ ເນື່ອງຈາກມາດຕາການນີ້ຈະກໍ່ຄວາມເຈັບປວດທຸກທໍລະມານແກ່ບັນດາສະມາຊິກອີຢູຫຼາຍກວ່າມອສໂກ ຈາກຄຳເຕືອນ ຂອງຄາ ເນແຮມເນີ ນາຍົກລັດຖພມົນຕີ ອອັດເຕເລຍ


ມີການລາຍງານວ່າ ນາຍົກລັດຖະມົນຕີເນແຮມເມີ ສະແດງຄວາມຄິດເຫັນດັ່ງກ່າວລະຫວ່າງໃຫ້ການຕ້ອນຮັບ ວິກຕໍ ອໍບານ ນາຍົກລັດຖະມົນຕີຮົງກາລີ ທີ່ເດີນທາງນາຢ້ຽມກຣຸງວຽນນາ
“ ມາດຕາການຂວ້ຳບາດທັງຫຼາຍຄວນຫຼິ້ນງານຄົນທີ່ມາດຕາການເຫຼົ່ານີ້ພຸ່ງເປົ້າຫຼິ້ນງານໂດຍກົງໜັກໜ່ວງກວ່າ ແລະ ບໍ່ໄດ້ທຳຮ້າຍຄົນທີ່ຕັດສິນໃຊ້ມາດຕາການເຫຼົ່ານັ້ນ” ເນແຮມເມີ ກ່າວ


ນາຍົກລັດຖະມົນຕີ ອອັດເຕເລຍ ຍັງເຕືອນດ້ວຍວ່າມາດຕາການແບບການສະນອງອາຍແກ໊ຊຈາກຣັດເຊຍແນວຄິດທີ່ວົນຢູ່ພາຍໃຕ້ກຸ່ມອີຢູ ມາຕັ້ງແຕ່ມອສໂກເລີ່ມປະຕິບັດການທາງທະຫານໃນຢູເຄຼນ ຈະນຳມຮາເຊິ່ງຜົນກະທົບໂດມິໂນໃນຢູໂລບ

“ຈຸດຢືນຂອງອອັດເຕເລຍຕໍ່ມາດຕາການຫ້າມສົ່ງອອກແກ໊ຊນັ້ນເປັນສິ່ງທີ່ເປັນໄປບໍ່ໄດ້ ບໍ່ແມ່ນແຕ່ເພາະອອັດເຕເລຍເພິ່ງພາແກ໊ຊຣັດເຊຍ ອຸດສາຫະກຳເຢຍລະມັນກໍເພິ່ງພາເຊັ່ນກັນ ແລະ ຫາກວ່າມັນລົ້ມ ອຸດສາຫະກຳຂອງອອັດເຕເລຍກໍຈະລົ້ມຄືກັນ ແລະເຮົາຈະຕ້ອງປະເຊີນກັບຕົວເລກຄົນຕົກງານມະຫາສານ” ເນແຮມເມີ ລະບຸ

Leave a Reply

Your email address will not be published. Required fields are marked *

You cannot copy content of this page