“ຈີນ” ໄດ້ສືບຕໍ່ເປັນປະເທດທີ່ຜະລິດແຫ່ງໃຫຍ່ທີ່ສຸດໃນໂລກ

ຈີນ ສືບຕໍ່ເປັນປະເທດຜະລິດແຫ່ງໃຫຍ່ທີ່ສຸດໃນໂລກ

ຂປລ.ຕາມຂ່າວຈາກ cri, ນັບຕັ້ງແຕ່ ຈັດກອງປະຊຸມໃຫຍ່ ຄັ້ງທີ18 ຂອງພັກກອມມູນິດຈີນ ເປັນຕົ້ນມາ ກຳລັງສັງລວມ ຂອງອຸດສາຫະກຳ ການຜະລິດຈີນ ສືບຕໍ່ເພີ່ມສູງຂຶ້ນ ຫລັງຈາກ ກະຊວງ ອຸດສາຫະກຳ

ຂໍ້ມູນ ຂ່າວສານຈີນ ໄດ້ປະກາດ ສະຖິຕິ ເມື່ອບໍ່ດົນມານີ້ວ່າ: ໃນຮອບ10ປີ ຜ່ານມານີ້,ຍອດມູນຄ່າເພີ່ມ ຂອງອຸດ ສາຫະກຳ ການຜະລິດ ຂອງຈີນ ໄດ້ເພີ່ມຂຶ້ນຈາກ 16.980ຕື້ຢວນ ໃນປີ2012 ມາເປັນ 31.400ຕື້ຢວນ ໃນປີ2021,ກວມອັດຕາສ່ວນ ໃນທົ່ວໂລກ ເພີ່ມຂຶ້ນຈາກ 22,5% ມາເປັນເກືອບ 30% ສືບຕໍ່ ຢູໃນຖານະ ການເປັນປະເທດ ຜະລິດ ແຫ່ງໃຫຍ່ ທີ່ສຸດໃນໂລກ.

ຂະນະທີ່ ລະບົບອຸດສາຫະກຳ ການຜະລິດ ທີ່ຄົບຖ້ວນ ມີທ່າແຮງ ທີ່ພົ້ນເດັ່ນ ກວ່າເກົ່າ.ສຳລັບ ອຸດສາຫະກຳ ການຜະລິດຂອງຈີນ ເປັນອຸດສາຫະກຳ ທີ່ມີປະເພດ ການຜະລິດ ທີ່ຄົບຖ້ວນ ຫລາຍທີ່ສຸດໃນໂລກ ຄວາມສາມາດຄົບຊຸດ ຂອງຕ່ອງໂສ້ ການຜະລິດ ໄດ້ນຳໜ້າ ທົ່ວໂລກ, ມີຄວາມ ໜຽວແໜ້ນ ແລະ ກຳລັງແຮງ ບົ່ມຊ້ອນ ໃນການພັດທະນາ ແຂງແຮງທີ່ສຸດ.

ນອກນີ້, ການຄ້າ ຜະລິດ ຕະພັນ ລະຫວ່າງ ຂັ້ນຕອນ ຂອງອຸດສາຫະກຳ ການຜະລິດ ໄດ້ກວມ ອັດຕາສ່ວນ ຂອງທົ່ວໂລກ ເຖິງປະມານ 20%,ສ່ວນຈຳນວນ ເຄື່ອງ ໝາຍສິນຄ້າ ໃນຂົງເຂດ ອຸດສາຫະກຳ ແລະ ຂໍ້ມູນ ຂ່າວສານ ທີ່ເຂົ້າລາຍຊື່ ບໍລິສັດ ເຂັ້ມແຂງ ທີ່ສຸດໃນໂລກ 500ແຫ່ງນັ້ນ ໄດ້ເພີ່ມຂຶ້ນ ຈາກ10ແຫ່ງ ໃນເມື່ອກ່ອນ ເປັນ24ແຫ່ງ./.

(ພາກຂ່າວ: ຕ່າງປະເທດ)


ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page